• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ມີສິດເລືອກຕັ້ງໄທເກືອບທັງໝົດສະໜັບສະໜູນຮ່າງລັດຖະທຳສະບັບໃໝ່

ການລົງປະຊາມະຕິຢູ່ໄທເມື່ອວັນທີ 7/8 ຜ່ານມາ
(ພາບ: EPA)
      ຕອນ​ບ່າຍ​ວັນ​ທີ 10/8, ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ (TEC) ​ໄດ​້ປະກາດ​ໝາກຜົນ​ສຸດ​ທ້າຍ​ຂອງ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ​ເອກະສານ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຈຳນວນ 61,35 ​ຜູ້​ມີ​ສິດ​ເລືອ​ກຕັ້ງ. ໝາກຜົນ​ນີ້​ໄດ້​ຮັບ​ການ​ຕີ​ລາຄາ​ແມ່ນ​ໄຊຊະນະ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ປຣາຢຸດ ຈັນ​ໂອຊາ ​ໃນ “ການ​ທົດ​ລອງ” ​ໃຫຍ່​ສຸດ​ຂອງ​ຫາງ​ສຽງ​ນັບ​ແຕ່​ເມື່ອ​ທ່ານ​ຂຶ້ນ​ກຳ​ອຳນາດ​ເມື່ອ​ປີ 2014 ພາຍຫຼັງ​ເກີດ​ການ​ກໍ່​ລັດຖະປະຫານ.
        ນີ້​ແມ່ນ​ການ​ລົງ​ປະຊາ​ມະຕິ​ຄັ້ງ​ທີ 2 ກ່ຽວ​ກັບ​ລັດຖະທຳ​ມູນ​ຢູ່​ໄທ. ອັດຕາ​ຜູ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ບັນລຸ 59%. ດ້ວຍ​ໝາກຜົນ​ນີ້, ຮ່າງ​ລັດຖະທຳ​ມະນູນ​ທີ່​ອຳນາດ​ການ​ປົກຄອງ​ການ​ທະຫານ​ຂອງ​ໄທ ຫາ​ກໍ່​ຍົກ​ອອກ​ມາ​​ເພື່ອ​ລົງ​ປະຊາ​ມະຕິ​ຈະ​ກາຍ​ເປັນ​ລັດຖະທຳ​ມະນູນທີ 20 ​ໃນ​ປະຫວັດ​ແຫ່ງ​ການ​ສ້າງ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ນີ້, ​ເລີ່​ມ​​ແຕ່​ຕົ້ນ​ປີ 1932. ພາຍຫຼັງ​ການ​ລົງ​ປະຊາ​ມະ​ຕິ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ປະກາດ​ປະ​ເທດ​ນີ້​ຈະ​ຈັດ​ຕັ້ງການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ເດືອນ 11/2017.
 (ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top