• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ມີຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງກັບ ຈີນ

      ທ່ານ Donald Trump ບໍ່ສະໜອງຂໍ້ມູນລາຍລະອຽດໃດໆ ໃນສະພາບການບັນດາບໍລິສັດໃຫຍ່ ພວມວິຕົກກັງວົນຕໍ່ເລື່ອງຈັບຕົວການນໍາແຖວໜ້າຂອງ Huawei  ຊຶ່ງອາດຈະສົ່ງຜົນກະທົບບໍ່ດີຕໍ່ການພົວພັນລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ.
            ວັນທີີ 9 ທັນວາ, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer, ເຊິ່ງເປັນຜູ້ຮັບຜິດຊອບການເຈລະຈາດ້ານການຄ້າກັບຈີນ, ຖືວ່າ ວັນທີ 01  ມີນາ 2019 ແມ່ນ ກໍານົດເວລາສຸດທ້າຍ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ເພື່ອບັນລຸໄດ້ຂໍ້ຕົກລົງ ແນໃສ່ສະກັດກັ້ນ ສົງຄາມການຄ້າບໍ່ໃຫ້ຂະຫຍາຍສູ່ວົງກວ້າງ ລະຫວ່າງສອງປະເທດເສດຖະກິດມະຫາອໍານາດແຖວໜ້າຂອງໂລກນີ້.

ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer (ພາບ: REUTERS/TTXVN)
      ຄໍາກ່າວປາໄສຂອງຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໄດ້ດັບມອບບັນດາຄວາມມຸ່ງຫວັງ ທີ່ຖືວ່າ ໄລຍະເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ອາດຈະຖືກແກ່ຍາວໄປຕື່ມ.ກ່ອນນີ້ 02 ວັນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມເຄັ່ງຕຶງທີ່ມີສ່ວນກ່ຽວຂ້ອງເຖິງການຈັບຕົວທ່ານນາງ ເມີ້ງອວານເຈົາ ຮອງປະທານ ທັງເປັນຜູ້ອໍານວຍການການເງິນ (CFO) ຂອງ ກຸ່ມບໍລິສັດ Huawei ຂອງ ຈີນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງສະແດງຄວາມປະເອີບໃຈ ຕໍ່ບັນດາການເຈລະຈາດ້ານການຄ້າກັບຈີນ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ບໍ່ສະໜອງຂໍ້ມູນລາຍລະອຽດໃດໆ ໃນສະພາບການບັນດາບໍລິສັດໃຫຍ່ ພວມວິຕົກກັງວົນຕໍ່ເລື່ອງຈັບຕົວການນໍາແຖວໜ້າຂອງ Huawei  ຊຶ່ງອາດຈະສົ່ງຜົນກະທົບບໍ່ດີຕໍ່ການພົວພັນລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top