• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜະລິດຕະພັນແຜ່ນແພ ຫວຽດນາມ ນຳເຂົ້າ ອິນໂດເນເຊຍ ໄດ້ຮັບການຍົກເວັ້ນພາສີອາກອນໃໝ່

ກະຊວງການເງິນ ອິນໂດເນເຊຍ ຫາກໍ່ຕົກລົງຈັດວາງລະດັບພາສີອາກອນໃໝ່ໃນໄລຍະເວລາແຕ່ເດືອນ ພຶດສະພາ 2020 - ເດືອນພະຈິກ 2020 ເພື່ອແນໃສ່ປົກປ້ອງບັນດານັກຜະລິດທ້ອງຖິ່ນ ຕໍ່ການເພີ່ມຂຶ້ນຂອງຜະລິດຕະພັນນຳເຂົ້າແຜ່ນແພ, ເສັ້ນຝ້າຍ ແລະ ຜ້າກັ້ງ.

(ພາບປະກອບ/TTXVN) 

ສະເພາະແຜ່ນແພຂອງ ຫວຽດນາມ ທີ່ນຳເຂົ້າ ອິນໂດເນເຊຍ ແມ່ນໄດ້ຮັບການຍົກເວັ້ນພາສີອາກອນໃໝ່. ມະຕິເລກທີ 56/2020 ຂອງກະຊວງການເງິນ ອິນໂດເນເຊຍ ແມ່ນໄດ້ກຳນົດວ່າ ລະດັບພາສີອາກອນນຳເຂົ້າເພີ່ມຂຶ້ນແມ່ນ 1.405 rupiah (0,93 USD)/kg ໃນໄລຍະເວລາແຕ່ 27 ພຶດສະພາ ຫາວັນທີ 08 ພະຈິກ 2020; 1.193 rupiah/kg ໃນໄລຍະເວລາແຕ່ວັນທີ 09 ພະຈິກ 2020 ຫາວັນທີ 08 ພະຈິກ 2021 ແລະ 979 rupiah/kg ໃນໄລຍະເວລາແຕ່ວັນທີ 09 ພະຈິກ 2021 ຫາວັນທີ 08 ພະຈິກ 2022.
(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top