• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່າສະຫງວນແຫ່ງຊາດບ໋າຍຕືລອງແມ່ນສວນມໍລະດົກທີ38ຂອງອາຊຽນ

      ປ່າສະຫງວນແຫ່ງຊາດ ບ໋າຍຕືລອງ ( ກວາງນິງ ) ໄດ້ກາຍເປັນປ່າມໍລະດົກທີ 38 ຂອງອາຊຽນຢ່າງເປັນທາງການ.


ປ່າສະຫງວນແຫ່ງຊາດບ໋າຍຕືລອງແມ່ນສວນມໍລະດົກທີ38ຂອງອາຊຽນ
(ພາບ: thethaovanhoa.vn)
      ພິທີມອບຮັບນາມມະຍົດ ປ່າມໍລະດົກ ໄດ້ຈັດຕັ້ງໃນວັນທີ 19 ພຶດສະພາ ຢູ່ນະຄອນຮ້າລອງ ( ກວາງນິງ ) ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໂຄງການພັດທະນາຂອງສະຫະປະຊາຊາດ ( UNDP ) ແລະ ຄະນະກຳມະການປະຊາຊົນແຂວງກວາງນິງຈັດຕັ້ງ ພ້ອມກັບພິທີສະເຫຼີມສະຫຼອງວັນສາກົນກ່ຽວກັບຊີວະນາໆພັນ ( 22/5 ), ວັນນົກອົບພະຍົບໂລກ ( 10/5 )
        ໂຄງການປ່າມໍລະດົກອາຊຽນ ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບການອານຸລັກຮັກສາທຳມະຊາດ ແລະ ຊີວະນາໆພັນ, ໄດ້ຮັບການຜັນຂະຫຍາຍປະຕິບັດມາແຕ່ປີ 2002. ປ່າສະຫງວນແຫ່ງຊາດບ໋າຍຕືລອງ ກາຍເປັນປ່າສະຫງວນແຫ່ງຊາດທີ 6 ຂອງຫວຽດນາມ ແລະ ທີ 38 ຂອງອາຊຽນ ເພາະມັນໄດ້ລວບລວມເອົາ 6 ມາດຕະຖານຢ່າງຄົບຖ້ວນ: ລັກສະນະຊີວະພາບຢ່າງຄົບຊຸດ, ລັກສະນະເປັນຕົວແທນ, ລັກສະນະທຳມະຊາດ, ລັກສະນະອານຸລັກຮັກສາສູງ, ແຜນການຄຸ້ມຄອງ, ການອານຸລັກຮັກສາ ແລະ ລັກສະນະກົດໝາຍ. ກ່ອນໜ້ານັ້ນ, ຫວຽດນາມມີ ປ່າສະຫງວນແຫ່ງຊາດ 5 ແຫ່ງ ໄດ້ຮັບການຮັບຮອງວ່າ ເປັນປ່າມໍລະດົກອາຊຽນ ເຊິ່ງລວມມີ: ບາແບ່, ຮວ່າງລຽນ, ກອນກາກິງ, ຈືມອມໄຣ ແລະ ອູມິງເທື້ອງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top