• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລຸກກຳລັງແຮງຊາວໜຸ່ມໃນພາລະກິດສ້າງສາປະເທດຊາດ

      ຕອນບ່າຍວັນທີ 25 ພຶດສະພາ ຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຮ່າງກົດໝາຍວ່າດ້ວຍຊາວໜຸ່ມສະບັບປັບປຸງສືບຕໍ່ຖືກນຳມາປຶກສາຫາລືທາງອອນລາຍ ແນໃສ່ສ້າງພື້ນຖານສ້າງລະບົບນະໂຍບາຍ ກົດໝາຍສຳລັບຊາວໜຸ່ມໃຫ້ສົມບູນແບບ ສອດຄ່ອງກັບສະພາບການໃໝ່

ຮ່າງກົດໝາຍຊາວໜຸ່ມສະບັບປັບປຸງສືບຕໍ່ນຳມາປຶກສາຫາລື
      ທີ່ວະລະປຶກສາຫາລື, ບັນດາ ສ.ສ.ຊ ໄດ້ຖືວ່າ : ການປະກາດໃຊ້ກົດໝາຍແມ່ນຈຳເປັນ ເພື່ອແນໃສ່ເສີມຂະຫຍາຍບົດບາດປະຈັນບານ, ສິດ ແລະ ພັນທະຂອງຊາວໜຸ່ມໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງສາກົນ. ບັນດາ ສ.ສ.ຊ ໄດ້ຕີລາຄາສູງການຮ່າງກົດໝາຍເພີ່ມເຕີມພາກໜຶ່ງ ກຳນົດຄວາມຮັບຜິດຊອບຂອງຊາວໜຸ່ມທີ່ມີຕໍ່ປະເທດຊາດ, ລັດ, ຄອບຄົວ ແລະ ສັງຄົມ. ທ່ານນາງ ໂຕອ້າຍວາງ ສ.ສ.ຊ ແຂວງ ຊອກຈັງຖືວ່າ :
    “ ນະໂຍບາຍຂອງລັດທີ່ມີຕໍ່ຊາວໜຸ່ມຄວນເພີ່ມເຕີມເພື່ອແທດເໝາະກັບປະມວນດັດຊະນີພັດທະນາ ຊາວໜຸ່ມໃນອາຊຽນ, ກັບບັນດາຂົງເຂດພື້ນຖານ. ນັ້ນແມ່ນການສຶກສາ, ສຸຂະພາບ ແລະ ຄວາມຜາສຸກ; ວຽກເຮັດງານທຳ ແລະ ກາລະໂອກາດ; ການເຂົ້າຮ່ວມຂອງ ຊາວໜຸ່ມໃນຊີວິດການເມືອງ ແລະ ພົນລະເຮືອນ ເພື່ອມີຄວາມຄ້າຍຄືກັນທາງດ້ານຍຸດທະສາດພັດທະນາ ຊາວໜຸ່ມຂອງບັນດາປະເທດທີ່ເປັນສະມາຊິກ ”
    ຕາມແຜນດານແລ້ວ, ຮ່າງກົດໝາຍວ່າດ້ວຍ ຊາວໜຸ່ມສະບັບປັບປຸງ ຈະຖືກບັນດາ ສ.ສ.ຊ ລົງຄະແນນສຽງຮັບຮອງເອົາໃນກອງປະຊຸມເທື່ອນີ້. ກ່ອນໜ້ານັ້ນ, ຮ່າງກົດໝາຍໄດ້ຖືກສະພາແຫ່ງຊາດໃຫ້ຄຳເຫັນເປັນຄັ້ງທຳອິດໃນກອງປະຊຸມເທື່ອທີ 8 ປີ 2019.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top