• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງ​ປະ​ຊຸມ​ຄັ້ງ​ທີ 45 ຂອງ ສະ​ພາ​ສິດ​ທິມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ: ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້ເຂົ້າ​ຮ່​ວມ​ຢ່າງ​ຕັ້ງ​ໜ້າ​ທີ່ ​ກອງ​ປະ​ຊຸມ

ໃນວັນທີ 07 ຕຸລາ ທີ່ ສຳນັກງານສະຫະປະຊາຊາດຢູ່ ເຊີແນວ ປະເທດ ສະວິດ, ສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ປິດກອງປະຊຸມຄັ້ງທີ 45.

ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ (ພາບ:TTXVN)

ຄະນະ ຫວຽດນາມ ໂດຍທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນຢູ່ ເຊີແນວ, ເປັນຫົວໜ້າ, ເຂົ້າຮ່ວມຢ່າງຕັ້ງໜ້າທີ່ຊຸດທີ່ກອງປະຊຸມ ແລະ ກ່າວຄຳເຫັນຢູ່ 8 ວາລະປະຊຸມ.

ທີ່ການໂອ້ລົມສົນທະນາ ກ່ຽວກັບການອັບເດດບົດລາຍງານຂອງຂ້າຫລວງໃຫຍ່ສິດທິມະນຸດກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ທີ່ມີຕໍ່ສິດທິມະນຸດ, ວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບສິດພັດທະນາ, ວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບເລື່ອງນຳເອົາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍເຂົ້າໃນເອກະສານນິຕິກຳ…, ຄະນະຜູ້ແທນ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປ້ອງ ແລະ ຊຸກຍູ້ສິດທິມະນຸດໃນສະພາບການໂລກລະບາດໂຄວິດ-19; ສະໜັບສະໜູນການຮ່ວມມືສາກົນ ແລະ ແບບສຳພັດຫຼາຍຝ່າຍແນໃສ່ຮັບມືກັບໂລກລະບາດ ແລະ ຟື້ນຟູພາຍຫຼັງໂລກລະບາດຢ່າງມີປະສິດທິຜົນ; ຖືເປັນສຳຄັນບັນດານະໂຍບາຍຮັບປະກັນສະຖຽນລະພາບດ້ານເສດຖະກິດ-ສັງຄົມ, ບັນດາມາດຕະການເພື່ອແນໃສ່ຫຼຸດຜ່ອນຜົນກະທົບຂອງໂລກລະບາດໂຄວິດ-19 ສຳລັບສິດໄດ້ມີຊີວິດ, ສິດໄດ້ຮັບການກວດປິ່ນປົວພະຍາດ ແລະ ການຫາລ້ຽງຊີບຂອງປະຊາຊົນ ຫວຽດນາມ, ພິເສດແມ່ນສິດຂອງບັນດາກຸ່ມຄົນມີຄວາມສ່ຽງ.

ຄະນະ ຫວຽດນາມ ກໍ່ເຂົ້າຮ່ວມກອງປະຊຸມບົນຈິດໃຈໂອ້ລົມສົນທະນາ ແລະ ການຮ່ວມມື, ສະແດງໃຫ້ເຫັນທັດສະນະ, ນະໂຍບາຍສະເໝີຕົ້ນສະເໝີປາຍ, ຜົນງານຂອງ ຫວຽດນາມ ແລະ ທັດສະນະ, ຜົນງານລວມຂອງ ອາຊຽນ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ປະກອບສ່ວນພ້ອມກັບບັນດາປະເທດຮັບປະກັນການເຄື່ອນໄຫວຂອງສະພາສິດທິມະນຸດສະຫະປະຊາຊາດໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top