• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ

ຕອນເຊົ້າວັນທີ 4 ກໍລະກົດ, ທ່ານນາງຫງວຽນທິກີມເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານຊູງປົວ ເອກອັກຄະລັດຖະທູດຈີນ ໃນຂະນະທີ່ທ່ານມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.

(
ພາບ:  http://quochoi.vn)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍປະສົບການໃນການເຄື່ອນໄຫວທາງການທູດທີ່ມີມາແຕ່ດົນນນານ, ທ່ານເອກອັກຄະລັດຖະທູດຊູງປົວ ຈະສືບຕໍ່ເພີ່ມທະວີຄວາມເຂົ້າອົກເຂົາໃຈ, ຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມື, ເປີດກ້ວາງການພົບປະແລກປ່ຽນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນ, ປະກອບສ່ວນແທດຈິງເຂົ້າໃນພາລະກິດປັບປຸງ, ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ.

  ເນື່ອງໃນໂອກາດສອງປະເທດກະກຽມຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1949-2019), ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ປາດຖະໜາວ່າ ສອງຝ່າຍຈະສົມທົບກັນຈັດເຫດການສຳຄັນນີ້ໃຫ້ເປັນຢ່າງດີ.

  ໃນໄລຍະເວລາປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດປາດຖະໜາຢາກໃຫ້ທ່ານເອກອັກຄະລັດຖະທູດຊູງປົວ ໄປຢ້ຽມຢາມທ້ອງຖິ່ນຕ່າງໆຂອງຫວຽດນາມ ເພື່ອອກຮູ້ປະເທດຊາດ ແລະ ຊາວຫວຽດນາມ ຕື່ມອີກ, ຜ່ານນັ້ນຈະເປີດໂອກາດການຮ່ວມມືໃໝ່ລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.

  ທ່ານເອກອັກຄະລັດຖະທູດຊູງປົວ ເຫັນດີກັບທັດສະນະຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ກ່ຽວກັບການຊຸກຍູ້ການພົວພັນສອງປະເທດເຂົ້າສູ່ລວງເລິກ, ແທດຈິງ. ທ່ານເອກອັກຄະລັດຖະທູດຊູງປົວ ປາດຖະໜາວ່າຢາກໃຫ້ຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ກໍ່ແມ່ນຄວາມຮັບຮູ້ຂອງປະຊາຊົນ ເພື່ອໃຫ້ປະຊາຊົນເຂົ້າໃຈ, ສະໜັບສະໜູນນະໂຍບາຍຂອງທັງສອງຝ່າຍ. ສະຖານທູດຈີນ ປະຈຳຫວຽດນາມ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ສ່ວນທ່ານເອກອັກຄະລັດຖະທູດຊູງປົວ ເອງກໍ່ປາດຖະໜາຢາກໄດ້ຮັບການສະໜັບສະໜູນຂອງສະພາແຫ່ງຊາດ ໃນອາຍຸການເຮັດວຽກຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top