
(ພາບປະກອບຈາກອີນເຕີແນັດ)
ຈາກນັ້ນ, ເພີ່ນໄດ້ສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ບັນດາການອຸທິດສ່ວນຂອງປະທານໂຮ່ຈີມິນ ນັ້ນ ກໍ່ໄດ້ຮັບຄວາມນິຍົມນັບຖືເປັນພິເສດຈາກບັນດາເພື່ອນມິດສາກົນ.
ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງຕົນ, ປະທານໂຮ່ຈີມິນ ໄດ້ໄປເຖິງຫຼາຍປະເທດໃນໂລກ, ແຕ່ຈີນ ແມ່ນປະເທດທີ່ເພີ່ນໄດ້ພ່ຳນັກເປັນເວລານານທີ່ສຸດ. ຢູ່ທີ່ນີ້, ເພີ່ນໄດ້ສ້າງຕັ້ງສະມາຄົມຊາວໜຸ່ມປະຕິວັດຫວຽດນາມ; ເປີດຊຸດອົບຮົມດ້ານການເມືອງການປະຕິວັດຢູ່ ກວາງໂຈ ເພື່ອເປັນການກະກຽມໃຫ້ການເປີດຕົວ ແລະ ສ້າງຕັ້ງພັກກອມມູນິດຫວຽດນາມ. ໂດຍມີໄລຍະທີ່ເປັນນັກແປພາສາ ແລະ ຮັບໃຊ້ປະທານໂຮ່ຈີມິນ, ທ່ານ ຈາງຕີ໊ອີ, ອະດີດເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ, ໃຫ້ຂໍ້ສັງເກດວ່າ.“ກ່ອນທີ່ຈະສ້າງຕັ້ງພັກກອມມູນິດຫວຽດນາມ, ປະທານໂຮ່ຈີມິນ ໄດ້ສ້າງຕັ້ງສະມາຄົມຊາວໜຸ່ມປະຕິວັດຫວຽດນາມ ຢູ່ຈີນ, ນີ້ແມ່ນອົງການເພື່ອໃຫ້ປະທານໂຮ່ຈີມິນ ໂຄສະນາແນວຄິດກ້າວໜ້າ ແລະ ຈິດໃຈສູ້ຊົນໃຫ້ແກ່ການປົດປ່ອຍປະເທດຊາດ, ຍາດເອົາເອກະລາດມາໃຫ້ປະເທດຊາດໃຫ້ແກ່ໄວໜຸ່ມຫວຽດນາມ.”
ເນື່ອງໃນໂອກາດນີ້, ເພື່ອນມິດສາກົນຫຼາຍຄົນກໍ່ໄດ້ຕີລາຄາສູງບົດບາດຂອງພັກກອມມູນິດຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງປະທານໂຮ່ຈີມິນ. ບັນດາເພື່ອນມິດລ້ວນແຕ່ໃຫ້ຮູ້ວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມີນ, ປະຊາຊົນຫວຽດນາມ ນັບມື້ນັບມີຊີວິດທີ່ອຳໜຳສຳນານ, ມີຄວາມຜາສຸກ ແລະ ມີການພັດທະນາ.
(ແຫຼ່ງຄັດຈາກ VOV)