• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານແນວໂຮມປະເທດຊາດອວຍພອນປີໃໝ່ພະສົງສາມະເນນ, ຊາວຂະແມ


ປະທານແນວໂຮມປະເທດຊາດອວຍພອນປີໃໝ່
ພະສົງສາມະເນນ, ຊາວຂະແມ
      ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay ປະ​ເພນີ​ຂອງ​ຊາວ​ເຜົ່າ ຂະ​ແມ, ຕອນ​ເຊົ້າ​ວັນ​ທີ 8/4, ທ່ານປະທານສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ລົງ​ອວຍພອນ​ປີ​ໃໝ່ສະພາ​ສາມັກຄີພະສົງ​ສາມະ​ເນນ ຮັກ​ຊາດ​ແຂວງ ຊອກ​ຈັງ ​ແລະ  ຊາວ​ຂະ​ແມ.
        ທ່ານປະທານສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຍ້ອງຍໍ​ການ​ປະກອບສ່ວນ​ຂອງ​ບັນດາ​ພະ​ມະຫາ​ອາຈານ, ພະ​ອາຈານ, ປັນຍາ​ຊົນ, ປະຊາຊົນ​ຊາວ​ເຜົ່າ ຂະ​ແມ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ​ຢູ່​ທ້ອງ​ຖີ່​ນ ກໍ່​ຄື​ພາລະກິດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ທ່ານປະທານ ຫງວຽນ​ທ້ຽນ​ເຍິນ ​ເນັ້ນ​ໜັກ​ວ່າ ວັດຂະ​ແມ 92 ​ແຫ່ງ​ໃນ​ແຂວງ ຊອກ​ຈັງ ບໍ່​ພຽງ​ແຕ່​ແມ່ນ​ສູນ​ແຫ່ງ​ການ​ດຳ​ເນີນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຂະ​ແມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະຖານ​ທີ່​ແດງ​ໃນ​ການ​ກໍ່ສ້າງ​ຊີວິດ​ໃໝ່​ໃນ​ປະຈຸ​ບັນ​ອີກ​ດ້ວຍ.
        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 8/4, ທ່ານປະທານ ຫງວຽນ​ທ້ຽນ​ເຍິນ ກໍ່​ໄດ້​ລົງ​ຢ້ຽມຢາມ, ພົບ​ປະ, ​ໂອ້​ລົມ​ກັບ​ຜູ້​ແທນ 100 ຄົນ, ​ເຊິ່ງ​ແມ່ນ​ຫົວໜ້າ​ຄະນະ​ປະຕິບັດ​ງານ​ແນວ​ໂຮມ​ຢູ່​ເຂດ​ຊຸມ​ຊົນ, ສະມາຄົມ​ນັກຮົບ​ເກົ່າ ​ແລະ ພະນັກງານ​ບຳນານ​ເຂດ​ຊຸມ​ຊົນ​ຢູ່​ນະຄອນ ຊອກ​ຈັງ; ​ເຂົ້າ​ໄວ້ອາ​ໄລ​ທີ່​ສຸສານ​ນັກຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຂວງ ຊອກ​ຈັງ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top