• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີອາເມລິກາ ໂດນານທຣຳ ປ່ອນບັດເລືອກຕັ້ງໄວກວ່າກຳນົດຢູ່ ລັດຟໍລີດາ

      ປະທານາທິບໍດີ ອາເມລິກາ ໂດນານທຣຳ ໄດ້ໄປປ່ອນບັດ ໄວກວ່າກຳນົດຢູ່ ລັດຟໍລີດາ ເຊິ່ງແມ່ນໜຶ່ງໃນບັນດາລັດທີ່ທ່ານມີທີ່ຢູ່ປະຈຳ ແລະ ຕ້ອງຍາດເອົາບັດຄະແນນຢ່າງພຽງພໍ ຂອງຜູ້ຕາງໜ້າຜູ້ມີສິດເລືອກ ຕັ້ງ

ປະທານາທິບໍດີອາເມລິກາ ໂດນານທຣຳ ປ່ອນບັດເລືອກຕັ້ງໄວກວ່າກຳນົດຢູ່ ລັດຟໍລີດາ
      ຕອນວັນທີ 24 ຕຸລາ ຕາມເວລາ ຫວຽດນາມ ແລະ ຕອນເຊົ້າວັນທີ 24 ຕຸລາ ຕາມເວລາອາເມລິກາ,  ປະທານາທິບໍດີ ອາເມລິກາ ໂດນານທຣຳ ໄດ້ໄປປ່ອນບັດ ໄວກວ່າກຳນົດຢູ່ ລັດຟໍລີດາ ເຊິ່ງແມ່ນໜຶ່ງໃນບັນດາລັດທີ່ທ່ານມີທີ່ຢູ່ປະຈຳ ແລະ ຕ້ອງຍາດເອົາບັດຄະແນນຢ່າງພຽງພໍ ຂອງຜູ້ຕາງໜ້າຜູ້ມີສິດເລືອກ ຕັ້ງ ເພື່ອຍາດເອົາໄຊຊະນະຕໍ່ຄູ່ແຂ່ງ ຈອນບີດັນ ຂອງພັກປະຊາທິປະໄຕ. ປະທານາທິບໍດີ ໂດນານທຣຳ ໄດ້ປະຕິບັດສິດພົນລະເມືອງຂອງຕົນຢູ່ສະຖານທີ່ປ່ອນບັດໃນລັດນີ້.
 ໄລ່ຮອດປັດຈຸບັນ, ໄດ້ມີຜູ້ມີສິດເລືອກຕັ້ງປະມານ 55 ລ້ານຄົນ ໄປປ່ອນບັດກ່ອນກຳນົດ ເພື່ອປະຕິບັດສິດພົນລະເມືອງຂອງຕົນ ແລະ  ການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ແມ່ນອາດຈະມີອັດຕາເຂົ້າຮ່ວມການປ່ອນບັດສູງສຸດ ໃນກວ່າສະຕະວັດທີ່ຜ່ານມາ.  
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top