• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຮັດວຽກກັບການນຳແຂວງນີງຖ້ວນ

ຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນຍ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວໄດ້ເຮັດວຽກກັບການນຳແຂວງນີງຖ້ວນກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ 6 ເດືອນ ຕົ້ນປີ, ໝາກຜົນແຫ່ງການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິບັດແຜນໂນບາຍລົງທຶນໂຄງການໄຟຟ້ານິວເຄຼຍນິງຖ້ວນ ແລະ ບາງຂໍ້ສະເໜີແນະ…
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ເຮັດວຽກກັບການນຳແຂວງນີງຖ້ວນ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວເນັ້ນໜັກວ່າ ພາຍຫຼັງທີ່ສະພາແຫ່ງຊາດ, ລັດຖະບານປະກາດໃຊ້ມະຕິວ່າດ້ວຍການໂຈະໂຄງການໄຟຟ້າ, ແຂວງນີງຖ້ວນໄດ້ຕັ້ງໜ້າປະກາດໃຊ້ໂຄງການດຳເນີນງານດ້ວຍບັນດາໜ້າທີ່ ແລະ ວິທີການແກ້ໄຂ. ຍ້ອນມີບັນດາແຜນນະໂຍບາຍ, ນະໂຍບາຍດັ່ງກ່າວ, ທາງແຂວງໄດ້ລະດົມບັນດາແຫຼ່ງກຳລັງເພື່ອຫັນແຜນນະໂຍບາຍກໍ່ສ້າງນີງຖ້ວນກາຍເປັນສູນພະລັງງານຜະລິດຄືນໃໝ່ຂອງທົ່ວປະເທດໃຫ້ປະກົດຜົນເປັນຈິງ ແລະ ໄດ້ດຶງດູດນັກລົງທຶນໃຫຍ່ເຂົ້າມາລົງທຶນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ.

Top