• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເກິນເທີ

 ໂດຍສືບຕໍ່ລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນສະພາແຫ່ງຊາດ ຫວຽດນາມ, ຕອນເຊົ້າວັນທີ 26 ເມສາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ເຍີນເຫງັຍ, ເມືອງ ຟອງດ່ຽນ, ນະຄອນ ເກິນເທີ.
 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຢູ່ຕາແສງ ເຍີນເຫງັຍ, ເມືອງ ຟອງດ່ຽນ ໄດ້ເຕື້ອງເຖິງບັນດາບັນຫາທີ່ກ່ຽວຂ້ອງເຖິງກະສິກຳ, ຊົນນະບົດ, ຊາວກະສິກອນ; ຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດທີ່ກໍ່ຜົນສະທ້ອນຕໍ່ການດຳລົງຊີວິດ, ການຜະລິດຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ແບ່ງປັນຄວາມເປັນຫ່ວງເປັນໄຍຂອງຜູ້ມີສິດເລືອກຕັ້ງທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງຈະໄດ້ສັງລວມ ແລະ ສົ່ງເຖິງບັນດາອົງການ, ກະຊວງ, ຂະແໜງການເພື່ອແກ້ໄຂ, ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດຢ່າງແໜ້ນແຟ້ນ.

ຕອນບ່າຍຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກ໊າຍຣັງ, ນະຄອນ ເກິນເທີ ກວ່າ 200 ຄົນ. ການພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ກ໊າຍຣັງ ກໍເປັນການສິ້ນສຸດການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ ກ່ອນດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top