• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະຫຼຸບ 10 ປີ ແຫ່ງການປະຕິບັດຈົດໝາຍສະແດງຄວາມຕັດສິນໃຈຂອງເຈົ້າກົກເຈົ້າເຫຼົ່າບັນດາຊົນເຜົ່າເຂດໄຕງວຽນ

      ປະເທດຫວຽດນາມແມ່ນກຸ່ມກ້ອນໜຶ່ງດຽວ, ຊາດຫວຽດນາມ ແມ່ນຊາດດຽວ, ດິນແດນເຂດ ໄຕງວຽນ ແມ່ນ ດິນແດນຫວຽດນາມພໍ່ແມ່ປະຊາຊົນໄຕງວຽນ ແມ່ນ ຊາວຫວຽດນາມ, ໄຕງວຽນ ເພື່ອ ປະເທດຊາດ, ປະເທດຊາດເພື່ອໄຕງວຽນ”.
            ຕອນເຊົ້າວັນທີ 19 ມີນາ, ຢູ່ແຂວງຢາລາຍ ຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມສະຫຼຸບ 10 ແຫ່ງການປະຕິບັດຄວາມຕັດສິນໃຈຂອງເຈົ້າກົກເຈົ້າເຫຼົ່າເຂດໄຕງວຽນ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນ 224 ຄົນ ເຊິ່ງແມ່ນເຈົ້າກົກເຈົ້າເຫຼົ່າດີເດັ່ນຂອງບັນດາຊົນເຜົ່າເຂດໄຕງວຽນ ທີ່ມີຜົນງານດີເລີດໃນການປະຕິບັດຈົດໝາຍສະແດງຄວາມຕັດສິນໃຈ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖ່າຍຮູບເປັນທີ່ລະນຶກກັບບັນດາເຈົ້າກົກເຈົ້າເຫຼົ່າທີ່ດີເດັ່ນ 
      ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ ບັນດາເຈົ້າກົກເຈົ້າເຫຼົ່າ ແລະ ຜູ້ສູງອາຍຸຢູ່ເຂດໄຕງວຽນ ຈົ່ງສືບຕໍ່ສັ່ງສອນລູກຫຼານ, ຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ,  ນະໂຍບາຍ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ ພ້ອມທັງສືບຕໍ່ຍົກສູງຄວາມຮັບຮູ້ອັນຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດ ແລະ ຄວາມສໍາຄັນຂອງບັນດາເຂົ້າກົກເຈົ້າເຫຼົ່າໃນໝູ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ. ທ່ານນາງສະເໜີວ່າ:
        “ຂ້າພະເຈົ້າເຊື່ອໝັ້ນວ່າ ກຸ່ມກອ້ນມະຫາສາມັກຄີບັນດາເຜົ່າເຂດໄຕງວຽນ ຍາມໃດກໍໄດ້ຮັບການເພີ່ມພູນຄູນສ້າງ ແລະໝັ້ນຄົງກວ່າ ປະກອບສ່ວນເຂົ້າໃນການສ້າງເຂດໄຕງວຽນ ສວຍງາມ, ຮັ່ງມີສີວິໄລ ແລະ ໝັ້ນຄົງເຂັ້ມແຂງ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂດໄຕງວຽນ ມີເຈດຈໍານົງທີ່ໝັ້ນແກ່ນ, ຢູ່ເຢັນເປັນສຸກ, ຊົນເຜົ່າໃດກໍມີພະນັກງານຕາງໜ້າ, ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມ, ຮັດແຄບຄວາມແຕກໂຕ່ນກັນ, ປະຕິບັດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມີນໍ້າໃຈສາມັກຄີີຢ່າງແທ້ຈິງລະຫວ່າງບັນດາຊົນເຜົ່າໃນມະຫາຄອບຄົວບັນດາເຜົ່າຢູ່ຫວຽດນາມ ໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຂອງບັນດາ ເຈົ້າກົກເຈົ້າເຫຼົ່າເຂດ ໄຕງວຽນ ທີ່ວ່າ: ປະເທດຫວຽດນາມແມ່ນກຸ່ມກ້ອນໜຶ່ງດຽວ, ຊາດຫວຽດນາມ ແມ່ນຊາດດຽວ, ດິນແດນເຂດ ໄຕງວຽນ ແມ່ນ ດິນແດນຫວຽດນາມພໍ່ແມ່ປະຊາຊົນໄຕງວຽນ ແມ່ນ ຊາວຫວຽດນາມ, ໄຕງວຽນ ເພື່ອ ປະເທດຊາດ, ປະເທດຊາດເພື່ອໄຕງວຽນ”.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top