• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ ຢູ່ສະຖາບັນການເງິນ

ຕອນເຊົ້າວັນທີ 18 ພະຈິກ, ທີ່ຮ່າໂນ້ຍ, ສະຖາບັນການເງິນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ (20/11) ແລະ ຮັບຫຼຽນໄຊແຮງງານຊັ້ນ 1 ຄັ້ງທີ 2.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ສະຖາບັນການເງິນ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ: ສະຖາບັນຄວນສຸມໃສ່ຄົ້ນຄວ້າ, ຊາບຊຶມ, ຕິດແທດກັບແນວທາງ, ແຜນນະໂຍບາຍ, ບັນດາມະຕິຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບຂົງເຂດການເງິນ, ຈາກນັ້ນ ສ້າງແຜນການ, ລາຍການ, ເນືື້ອໃນ, ວິທີການສິດສອນໃຫ້ເໝາະສົມ, ຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

       ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນດີງາມ, ສະຖາບັນການເງິນ ຈະສືບຕໍ່ພັດທະນາສົມເປັນຮາກຖານບຳລຸງສ້າງ, ຄົ້ນຄວ້າວິທະຍາສາດແຖວໜ້າກ່ຽວກັບດ້ານການເງິນ-ການບັນຊີ, ເສດຖະກິດ ແລະ ບໍລິຫານທຸລະກິດ ແລະ ປະຕິບັດສຳເລັດພາລະກຳບຳລຸງສ້າງພະນັກງານການເງິນ-ການບັນຊີ, ເສດຖະກິດ - ບໍລິຫານທຸລະກິດເປັນຢ່າງດີ ແລະ ສະໜອງບັນດາຜະລິດຕະພັນຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບສູງໃຫ້ສັງຄົມ. ປະກອບສ່ວນສ້າງພື້ນຖານການເງິນ ຫວຽດນາມ ເຊື່ອມໂຍງ, ປອດໃສ ແລະ ໝັ້ນຄົງ.

       ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖາບັນການເງິນ, ຕາງໜ້າການນຳພັກ, ລັດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ສະຖາບັນການເງິນ.

(ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top