ການຜັນຂະຫຍາຍປະຕິບັດກົດໝາຍຕ່າງໆໃນຂະແໜງການເງິນ, ງົບປະມານສະພາແຫ່ງຊາດຫາກໍ່ຮັບຮອງເອົາ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮຽກຮ້ອງໃຫ້ຂະແໜງການເງິນຜັນຂະຫຍາຍບັນດາໜ້າທີ່ໃນທັນທີນັບແຕ່ຕົ້ນປີ ເພາະວ່າປີ 2018 ແມ່ນປີກາງສະໄໝ, ເຊິ່ງມີຄວາມໝາຍສໍາຄັນສໍາລັບການສໍາເລັດບັນດາເປົ້າໝາຍ ແລະ ແຜນການໄລຍະ 5 ປີທີ່ໄດ້ວາງອອກ. ໃນນັ້ນ, ມີການສຸມໃສ່ການຄຸ້ມຄອງໜີ້ສາທາລະນະ, ຊັບຊ້ອນບັນດາລັດວິສາຫະກິດຄືນໃໝ່. ບັນດາກົດໝາຍທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົານັ້ນຄື: ກົດໝາຍວ່າດ້ວຍການຄຸ້ມຄອງ, ນໍາໃຊ້ທຶນຂອງລັດທີ່ລົງທຶນເຂົ້າໃນການຜະລິດ, ດໍາເນີນທຸລະກິດຢູ່ວິສາຫະກິດ ຕ້ອງໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)