• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດລາວຕີລາຄາສູງຄວາມຄືບໜ້າຜັນຂະຫຍາຍໂຄງການສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ

      ວັນທີ 26 ມັງກອນ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງກໍ່ສ້າງ ຫວຽດນາມ, ໂດຍທ່ານ ລັດຖະມົນຕີ ຟ້າມຮົ່ງຮ່າ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດ ທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ.

(ລາວຕີລາຄາສູງຄວາມຄືບໜ້າຜັນຂະຫຍາຍໂຄງການສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ)
      ລາຍງານຕໍ່ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ຮັບຊາບ ກ່ຽວກັບຜົນຂອງການເຮັດວຽກກັບ ຄະນະຄຸ້ມຄອງໂຄງການກໍ່ສ້າງ ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ທ່ານລັດຖະມົນຕີ ຟ້າມຮົ່ງຮ່າ ໃຫ້ຮູ້ວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບສູງ ຕໍ່ບັນດາເນື້ອໃນການຜັນຂະຫຍາຍ ແລະ ລົງນາມໃນຂໍ້ຕົກລົງ ກ່ຽວກັບກົນໄກສົມທົບ, ຂອບເຂດວຽກງານທີ່ກ່ຽວຂ້ອງ ເຖິງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ. ສອງຝ່າຍກໍ່ເຫັນດີເປັນເອກະພາບ ພ້ອມກັນມານະພະຍາຍາມປະຕິບັດການລົງທຶນກໍ່ສ້າງຫໍສະພາແຫ່ງຊາດລາວ,  ຮັບປະກັນຄຸນນະພາບ, ເຕັກນິກ, ຄວາມສວຍງາມ, ຄວາມປອດໄພຂອງກິດຈະກຳຕາມໂຄງການ, ການອອກແບບທີ່ໄດ້ຮັບການອະນຸມັດຜ່ານ ຈາກຂັ້ນມີສິດອຳນາດຂອງຫວຽດນາມ ແລະ ລາວ; ສູ້ຊົນເພື່ອ ໄດ້ມອບ -ຮັບກິດຈະກຳໃນທ້າຍປີ 2020.
        ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢ່າທໍ່ຕູ້ ຕີລາຄາສູງໝາກຜົນການເຮັດວຽກ ລະຫວ່າງ ກະຊວງກໍ່ສ້າງຫວຽດນາມ ແລະ ຄະນະຄຸ້ມຄອງໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ, ຢືນຢັນວ່າ ຂໍ້ຕົກລົງທີ່ໄດ້ລົງນາມ ຈະເປັນພື້ນຖານດ້ານນິຕິກຳ ເພື່ອສືບຕໍ່ຜັນຂະຫຍາຍບັນດາວຽກງານຕໍ່ໄປ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top