• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

      ໃນໄລຍະຈະມາເຖິງ, 2 ປະເທດຈະພ້ອມກັນສາມັກຄີ, ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ
ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ 
      ຕອນບ່າຍວັນທີ 03 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງ ສປປ.ລາວ ມາຢ້ຽມຢາມ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ໃນໄລຍະຜ່ານມາ, ການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ພັດທະນາອັນດີງາມ, ຍ້ອນເຫດນັ້ນ, ໃນໄລຍະຈະມາເຖິງ, 2 ປະເທດຈະພ້ອມກັນສາມັກຄີ, ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຈະສະໜັບສະໜູນ 2 ລັດຖະບານໃນການສ້າງລະບົບນະໂຍບາຍກົດໝາຍໃຫ້ສົມບູນແບບ ແລະ ຜັນຂະຫຍາຍການປະຕິບັດບັນດານະໂຍບາຍນັ້ນ. ກ່ຽວກັບຝ່າຍລາວ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຖືວ່າ: ເລື່ອງສຶກສາກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດໃຫ້ລຸ້ນຫລັງ ແມ່ນວຽກງານທີ່ຈຳເປັນ ແລະ ສຳຄັນ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ປະເທດເພີ່ມທະວີການສຶກສາໃຫ້ລຸ້ນໜຸ່ມກ່ວາອີກ, ບັນດາຜູ້ທີ່ຮັກສານ້ຳໃຈມິດຕະພາບ, ຄວາມສາມັກຄີໃຫ້ທັງ 2 ປະເທດ.


ທີ່ການຕ້ອນຮັບ

 
       (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top