• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະເຈລະຈາກັບປະທານສະພາແຫ່ງຊາດລາຊະອານາຈັກອາຣາບິຊາອຸດິ


(ທ່ານ​ ຫງວຽນ​ຊິງ​ຮຸ່ງ ແລະ ​ທ່ານ Abdullah Al Sheikh​)

      ຕອນ​ບ່າຍ​ວັນ​ທີ 01/02, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ Abdullah Al Sheikh ​ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາ​ຈັກ ອາຣາບິ ຊາ​ອຸ​ດິ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ ອາຣາບິ ຊາ​ອຸ​ດິ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສ​ະເໜີວິ​ສາ​ຫະກິດ ອາຣາບິ ຊາ​ອຸ​ດິ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ ຫວຽດນາມ; 2 ຝ່າຍ​ຈະລົງ​ນາມ​ບັນດາ​ຂໍ້​ຕົກລົງ​​ຮ່ວມ​ມື​ດ້ານເສດຖະກິດ, ການ​ລົງທຶນ​ໂດຍ​ໄວ ປະກອບສ່ວນ​ສ້າງພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື. ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ ອາຣາບິ ຊາ​ອຸ​ດິ Abdullah Al Sheikh ຢືນຢັນ​ວ່າ: ອາຣາບິ ຊາ​ອຸ​ດິ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ກັບ ຫວຽດນາມ ​ແລະ ຖື ຫວຽດນາມ ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່​ພາກ​ພື້ນ ອາຊີ.
 (ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top