• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ASOSAI ຄັ້ງທີ 14

      ຕອນບ່າຍວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14

ປະທານປະເທດຫວຽດນາມ ເຈີນດ້າຍກວາງ ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນ
ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ASOSAI ຄັ້ງທີ 14
      ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຕີລາຄາສູງບົດບາດທີ່ນັບມື້ນັບສຳຄັນຂອງບັນດາອົງການກວດສອບສູງສຸດໃນການພັດທະນາແບບຍືນຍົງຂອງບັນດາປະເທດ ແລະ ພາກພື້ນໂດຍຜ່ານການຕິດຕາມກວດກາການເຄື່ອນໄຫວຄຸ້ມຄອງ, ນຳໃຊ້ແຫຼ່ງກຳລັງ, ປະກອບສ່ວນຍົກສູງປະສິດທິຜົນການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະເໜີວ່າ :
   “ ຂ້າພະເຈົ້າຫວັງວ່າອົງການບັນດາສຳນັກງານກວດສອບສູງສຸດອາຊີ ແລະ  ສາກົນກໍຄືບັນດາອົງການພາຄີ ຈົ່ງຍູ້ແຮງ ແລະ ປະຕິບັດບັນດາຂໍ້ລິເລີ່ມ ແລະ ວິທີການແກ້ໄຂມຸ່ງໄປສູ່ພື້ນຖານການເງິນສາທາລະນະໃຫ້ເປັນປົກກະຕິ ແລະ ຍືນຍົງ. ຊຸກຍູ້ການປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງໂດຍຜ່ານບັນດາຂໍ້ລິເລີ່ມກ່ຽວກັບການກວດສອບສິ່ງແວດລ້ອມ. ຊ່ວຍໜູນອົງການກວດສອບແຫ່ງລັດຫວຽດນາມສືບຕໍ່ປະຕິບັດພາລະໜ້າທີ່ເປັນຢ່າງດີ, ພ້ອມທັງເຮັດສຳເລັດພາລະບົດເປັນປະທານອົງການບັນດາສຳນັກງານກວດສອບສູງສຸດອາຊີອາຍຸການ 2018-2021  ”
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top