• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດຍີ່ປຸ່ນ-ຫວຽດນາມ Keidanren

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນຳທຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຄະນະກຳມະການເສດຖະກິດຍີ່ປຸ່ນ - ຫວຽດນາມ ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ (Keidanren) ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

(ທ່ານປະທານປະເທດເຈີນດ້າຍກວາງ ຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດຍີ່ປຸ່ນ-ຫວຽດນາມ)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກ ແລະ ຮ່ວມເດີນທາງພ້ອມກັບວິສາຫະກິດຍີ່ປຸ່ນ ຜັນຂະຫຍາຍບັນດາໂຄງການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ສະຖຽນລະພາບ, ຍາວນານຢູ່ຫວຽດນາມ. ທ່ານປະທານປະເທດ ເຈີນດ້າຍກວາງ ກໍ່ສະເໜີໃຫ້ Keidanren ສືບຕໍ່ສົມທົບກັນສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ລົງທຶນເຂົ້າບັນດາຂົງເຂດໃຫ້ບຸລິມະສິດຢູ່ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ຍີ່ປຸ່ນ ພວມໜູນຊ່ວຍຫວຽດນາມ ໃນຍຸດທະສາດຫັນປະເທດຫວຽດນາມ ເປັນປະເທດອຸດສາຫະກຳ, ໃນຂອບເຂດຮ່ວມມືຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງປີ 2020 ວິໄສທັດຮອດປີ 2030.

        ທ່ານ Kuniharu Nakamura, ປະທານຄະນະກຳມະການເສດຖະກິດຍີ່ປຸ່ນ-ຫວຽດນາມ ຢືນຢັນວ່າ, Keidanren ຈະສືບຕໍ່ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະຕິບັດຂໍ້ລິເລີ່ມລວມຫວຽດນາມ - ຍີ່ປຸ່ນ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ການດຶງດູດບັນດາແຫຼ່ງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງເຂົ້າຫວຽດນາມ ກວ່າອີກ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top