• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເປັນປະທານກອງປະຊຸມເທື່ອທີ 5 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

      ວັນທີ 16 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໄດ້ເປັນປະທານກອງປະຊຸມເທື່ອທີ 5 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ (ພາບ: TTXVN)
      ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຊາບຊຶມ, ປະຕິບັດເປົ້າໝາຍ, ທັດສະນະ ແລະ ທິດທາງ, ໜ້າທີ່ການປະຕິຮູບດ້ານຕຸລາການທີ່ກຳນົດໃນມະຕິຂອງກົມການເມືອງ (ຊຸດທີ 9) ຢ່າງຖືກຕ້ອງ ເພື່ອກຳນົດແຈ້ງເປົ້າໝາຍ, ທັດສະນະ ແລະ ທິດທາງ, ໜ້າທີ່, ມາດຕະການປ່ຽນແປງໃໝ່ວຽກງານດຳເນີນຄະດີອາຍາໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນໃນໄລຍະປັດຈຸບັນ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ຖືວ່າ: ຊາບຊຶມຢ່າງຈະແຈ້ງທັດສະນະການປ່ຽນແປງໃໝ່ວຽກງານດຳເນີນຄະດີອາຍາ ແມ່ນຮັບປະກັນການປະຕິບັດໃຫ້ຖືກຕ້ອງຕາມແຜນນະໂຍບາຍ, ແນວທາງຂອງພັກ ແລະ ນະໂຍບາຍດ້ານອາຍາຂອງລັດ, ເຊີດຊູລັກສະນະມຸ່ງໄປສູ່ຄວາມສຸດຈະລິດໃນການປັບໄໝລົງໂທດຕໍ່ຜູ້ກະທຳຜິດ.
        ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີວ່າ ການປ່ຽນແປງໃໝ່ວຽກງານດຳເນີນຄະດີອາຍາໃນໄລຍະຈະມາເຖິງ, ຄວນກຳນົດແຈ້ງທິດທາງ, ໜ້າທີ່, ມາດຕະການປ່ຽນແປງໃໝ່ ແລະ ຂັ້ນຕອນ, ຄວາມຮັບຜິດຊອບການປະຕິບັດໃນແຕ່ລະຂົງເຂດວຽກງານ.
 (ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top