• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັງປະຊາຊົນ ຫວຽດນາມ

      ຕອນເຊົ້າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, 28 ປີວັນບຸນທົ່ວປວງຊົນປ້ອງກັນຊາດ ໂດຍກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ
      ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມສູ້ຊົນ, ບັນດາວິລະກຳ, ຜົນງານດີເດັ່ນ ຊຶ່ງທະຫານປ້ອງກັນຊາຍແດນບັນລຸໄດ້ໃນຕະຫລອດໄລຍະທີ່ສະຫງ່າລາສີໃນຊຸມປີຜ່ານມາ. ທ່ານປະທານປະເທດຖືວ່າ: ໃນຊຸມປີຈະມາເຖິງ, ໜ້າທີ່ປົກປັກຮັກສາເອກະລາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃນສະພາບການໃໝ່ ພວມວາງອອກຢ່າງຮອບດ້ານ ແລະ ໜັກໜ່ວງທີ່ສຸດ, ກຳລັງກອງທັບປະຊາຊົນເວົ້າລວມ ແລະ ທະຫານປ້ອງກັນຊາຍແດນເວົ້າສະເພາະ ສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍບົດບາດເປັນແກ່ນສານ, ການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບປອດໄພເຂດຊາຍແດນ ແລະ ທະເລໝູ່ເກາະ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top