• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງເປັນປະທານກອງປະຊຸມເຈລະຈາຂັ້ນສູງ APEC – ASEAN ບໍ່ເປັນທາງການ

      ຕອນບ່າຍວັນທີ 10 ພະຈິກ, ຢູ່ນະຄອນດ່ານັງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນປະທານກອງປະຊຸມເຈລະຈາຂັ້ນສູງບໍ່ເປັນທາງການລະຫວ່າງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ASEAN.

ກອງປະຊຸມເຈລະຈາຂັ້ນສູງ APEC – ASEAN ບໍ່ເປັນທາງການ
(ພາບ: TTXVN)
      ກ່າວຄຳເຫັນເປີດກອງປະຊຸມເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: APEC ແລະ ASEAN ລ້ວນແຕ່ແມ່ນສອງກົນໄກເຊື່ອມໂຍງເຂົ້າກັບພາກພື້ນປະສົບຜົນສຳເລັດ, ຍາມໃດກໍ່ນຳໜ້າໃນການຊຸກຍູ້ການເຕີບໂຕ ແລະ ຮ່ວມສຳພັນເສດຖະກິດພາກພື້ນ. ທ່ານປະທານປະເທດ ຖືວ່າ, ການເຈລະຈາແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາການນຳແບ່ງປັນວິໄສທັດ ແລະ ກຳນົດທິດໃຫ້ການຮ່ວມມື APEC – ASEAN, ພິເສດແມ່ນເຮັດແນວໃດເພື່ອໃຫ້ສອງເວທີປາໄສສາມາດເພີ່ມເຕີ່ມເຊິ່ງກັນ ແລະ ກັນໃນການຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍລວມກ່ຽວກັບການຮ່ວມສຳພັນ, ການເຊື່ອມຕໍ່ເສດຖະກິດ ແລະ ພ້ອມກັນປັບປຸງໂຄງປະກອບເສດຖະກິດພາກພື້ນໃຫ້ຍືນຍົງ, ຜ່ານນັ້ນສ້າງກຳລັງໜູນໃໝ່ໃຫ້ ອາຊີ - ປາຊີຟິກ ເຊື່ອມຕໍ່ຢ່າງຮອບດ້ານ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ຄວາມຂະຫຍັນຂັນເຄື່ອນ, ຄວາມສະໜິດສະໜົມ ແລະ ຄວາມວັດທະນາຖາວອນ.
        ບັນດາການນຳເສດຖະກິດ APEC ພ້ອມດ້ວຍບັນດາການນຳ ASEAN ຖືວ່າ ຄວນຍູ້ແຮງການສົມທົບກັນລະຫວ່າງສອງກົນໄກໃນຄວາມມານະພະຍາຍາມສ້າງໂຄງປະກອບເສດຖະກິດພາກພື້ນໃຫ້ຍືນຍົງ, ກະຈ່າງແຈ້ງ, ມີຄວາມສາມາດໃນການຮັບມືສູງ; ຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມສຳພັນເສດຖະກິດປະກອບສ່ວນຫັນປະຊາຄົມ ອາຊີ - ປາຊີຟິກ ຮ່ວມສຳພັນຮອບດ້ານໃຫ້ປະກົດຜົນເປັນຈິງ.
      ນີ້ແມ່ນການເຈລະຈາຄັ້ງປະຖົມມະເລີກລະຫວ່າງ APEC ແລະ ASEAN, ໄດ້ຈັດຕັ້ງຕາມຂໍ້ລິເລີ່ມຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top