• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ

      ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ຕອນບ່າຍວັນທີ 13 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1, ເມືອງ 3 ແລະ ເມືອງ 4, ນະຄອນ ໂຮ່ຈີມິນ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ
(ພາບ: nld.com.vn)
      ເມື່ອຕອບຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງກ່ຽວກັບການສ້າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ. ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ໃຫ້ຮູ້ວ່າ, ກົດໝາຍໄດ້ຮັບການເປີດກວ້າງຂອບເຂດການປັບປຸງລວມມີການປັບໄໝລົງໂທດຜູ້ມີການກະທຳສໍ້ລາດບັງຫຼວງ, ອົງການສຳນັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີສ່ວນກ່ຽວຂ້ອງ ແລະ ການແກ້ໄຂກໍລະນີຊັບສິນ, ລາຍຮັບທີ່ບໍ່ໄດ້ຮັບການອະພິປາຍຢ່າງເໝາະສົມ. ກ່ຽວກັບການຄຸ້ມຄອງໃບແຈ້ງຊັບສິນ, ລາຍຮັບ. ທ່ານ ປະທານປະເທດ ເຈິ່ນດ້າຍກວາງ ໃຫ້ຮູ້ວ່າ ຮ່າງກົດໝາຍໄດ້ກຳນົດກ່ຽວກັບການຄຸ້ມຄອງ ໃບແຈ້ງຊັບສິນ, ລາຍຮັບແບບລວມສູນ. ທ່ານ ປະທານປະເທດ ເຈິ່ນດ້າຍກວາງຢືນຢັນວ່າ, ຄະນະຜູ້ແທນຈະສັງລວມບັນດາຄຳເຫັນປະກອບຢ່າງສຸດຈິດສຸດໃຈຂອງຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາ ພວມພົ້ນເດັ່ນຂຶ້ນໃນປະຈຸບັນຂອງປະເທດ, ລາຍງານຕໍ່ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງເພື່ອແກ້ໄຂຢ່າງທັນການ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top