• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສະໂລວາກີແລະເອກອັກຄະທູດໂອຕາລິດເຂົ້າຢ້ຽມອຳລາ

      ຕອນບ່າຍວັນທີ 29 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສະໂລວາກີ Igor Pacolak ແລະ ທ່ານເອກອັກຄະລັດຖະທູດໂອຕາລິດ Thomas Loidl, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ.

(ທ່ານປະທານປະເທດ ເຈີນດ້າຍກວາງ
ຕ້ອນຮັບທ່ານເອກອັກຄະລັດຖະທູດສະໂລວາກີ Igor Pacolak)
      ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສະໂລວາກີ Igor Pacolak, ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ, 2 ຝ່າຍຕ້ອງມານະພະຍາຍາມເສີມຂະຫຍາຍບົດບາດຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດຫວຽດນາມ - ສະໂລວາກີ ກວ່າອີກ. ພ້ອມທັງເພີ່ມທະວີການແລກປ່ຽນຄະນະຜູ້ແທນບັນດາກະຊວງ, ຂະແໜງການ, ບັນດາຄະນະວິສາຫະກິດ, ຊຸກຍູ້ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ສູ້ຊົນຍົກສູງວົງເງິນການຄ້າ 2 ສົ້ນໃນຊຸມປີຈະມາເຖິງ.
        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດໂອຕາລິດ Thomas Loidl, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນການຢ້ຽມຢາມຂັ້ນສູງ ແລະ ສືບຕໍ່ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂອຕາລິດ (01 ທັນວາ 1972 – 01 ທັນວາ 2017).
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top