• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈິ່ນດ້າຍກວາງຢ້ຽມຢາມນະຄອນSaint Petersbug

      ຕອນບ່າຍວັນທີ 30/6, ຕາມເວລາທ້ອງຖີ່ນ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ມົດສະກູ ໄປຢ້ຽມຢາມນະຄອນ Saint Petersbug.

ທ່ານ Anatoly Artamonov, ຜູ້ວ່າການເຂດ Kaluga ແລະ  ທ່ານປະທານປະເທດ ເຈິ່ນດ້າຍກວາງ
(ພາບ: ສຳນັກຂ່າວສານ)
      ກ່ອນໜ້ານັ້ນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຜູ້ວ່າການເຂດ Kaluga, ທ່ານ Anatoly Artamonov. ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະແດງຄວາມຫວັງວ່າ, ອຳນາດການປົກຄອງ ແລະ ປະຊາຊົນ Kaluga ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນ, ດຳເນີນທຸລະກິດສຳເລັດຜົນຢູ່ທີ່ນີ້. ສ່ວນຜູ້ວ່າການ Anatoly Artamonov ກໍ່ປາຖະໜາຈະກາຍເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ. ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບຄະນະການນຳທະນາຄານພັດທະນາເສດຖະກິດສາກົນ ລັດເຊຍ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ ດ້ວຍແຜນນະໂຍບາຍຂອງການນຳຂັ້ນສູງ ຫວຽດນາມ ແລະ ສະຫະພັນລັດເຊຍ, ທະນາຄານສູນກາງສອງປະເທດ ຈະສົມທົບກັນສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ຮ່ວມມືລົງທຶນ, ດຳເນີນທຸລະກິດໃນຜືນແຜ່ນດິນຂອງກັນ.
        ຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ຄະນະຜູ້ແທນໄດ້ໄປຢ້ຽມຢາມກຸ່ມບໍລິສັດ Zarubezhneft, ເຊິ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດນຳ້ມັນອາຍແກສແຖວໜ້າຂອງສະຫະພັນ ລັດເຊຍ. ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງໄດ້ສົ່ງເສີມ, ສະໜັບສະໜູນເລື່ອງເປີດກວ້າງການຮ່ວມມືໃນຂົງເຂດຊອກຫາ, ສຳຫຼວດ, ຂຸດຄົ້ນນຳ້ມັນອາຍແກສ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ອວຍພອນການພົວພັນຮ່ວມມືລະຫວ່າງກຸ່ມບໍລິສັດນຳ້ມັນອາຍແກສແຫ່ງຊາດ ຫວຽດນາມ ແລະ ກຸ່ມບໍລິສັດ Zarubezhneft ນັບມື້ນັບໄດ້ຮັບການເພີ່ມທະວີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ, ປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top