• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ

      ທ່ານ ເຈີ່ນແທັງເໝີນ ສະແດງຄວາມຫວັງວ່າ ສະຖານທູດ ຫວຽດນາມ ປະຈຳ ສປ.ຈີນ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານ ແລະ ບົດຮຽນຂອງຕົນ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນສອງຝ່າຍ ຫວຽດນາມ - ຈີນ

ທ່ານ ເຈີ່ນແທັງເໝີນ ກ່າວຄໍາເຫັນທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ປັກກິ່ງ
      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຈີນ ຕາມຄຳເຊີນຂອງ ສະພາທີ່ປຶກສາການເມືອງແຫ່ງຊາດຈີນ, ໃນວັນທີ 25 ພະຈິກ, ທ່ານ ເຈີ່ນແທັງເໝີນ ເລຂາສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມສົນທະນາ ກັບພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ປັກກິ່ງ.
ທ່ານ ເຈີ່ນແທັງເໝີນ ສະແດງຄວາມຫັວງວ່າ ສະຖານທູດ ຫວຽດນາມ ປະຈຳ ສປ.ຈີນ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານ ແລະ ບົດຮຽນຂອງຕົນ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນສອງຝ່າຍ ຫວຽດນາມ - ຈີນ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໄດ້ເປັນຢ່າງດີ, ຊຸກຍູ້ການຮ່ວມມືເສດຖະກິດ- ການຄ້າ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບການພົບພັນ, ແລກປ່ຽນປະຊາຊົນ …
ໃນການຢ້ຽມຢາມ ສປ,ຈີນ ( ແຕ່ວັນທີ 25-30 ພະຈິກ) ທ່ານ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທັງເໝີນ ຈະມີບັນດາການເຮັດວຽກຮ່ວມກັບການນຳສະພາແຫ່ງຊາດ, ສະພາທີ່ປຶກສາການເມືອງແຫ່ງຊາດຈີນ, ຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳ ຢູ່ນະຄອນຫຼວງ ປັກກິ່ງ ແລະ ແຂວງ ຫຼຽວໜິງ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top