• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິກິລິຍະຂອງຫວຽດນາມຕໍ່ເລື່ອງຈີນປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພດ້ານຄົມມະນາຄົມທາງທະເລສະບັບປັບປຸງຢ່າງເປັນທາງການ

      ຫວຽດນາມ ເດັດດຽວ, ຢືດໝັ້ນປະຕິບັດບັນດາມາດຕະການທີ່ເໝາະສົມກັບກົດໝາຍສາກົນເພື່ອປະຕິບັດ, ປົກປັກຮັກສາອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ
(ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ)
      ວັນທີ 01 ກັນຍາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນ ປະກາດໃຊ້ກົດໝາຍວ່າດ້ວຍຄວາມປອດໄພດ້ານຄົມມະນາຄົມທາງທະເລສະບັບປັບປຸງຢ່າງເປັນທາງການ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ບັນດາປະເທດຄວນປະຕິບັດຢ່າງເຂັ້ມງວດບັນດາສົນທິສັນຍາສາກົນເຊິ່ງເປັນສະມາຊິກ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS) ເຊິ່ງເປັນຂອບເຂດນິຕິກຳໃຫ້ແກ່ທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ, ເມື່ອປະກາດໃຊ້ບັນດາເອກະສານ, ກົດໝາຍພາຍໃນກ່ຽວຂ້ອງເຖິງທະເລ.
        ຫວຽດນາມ ເດັດດຽວ, ຢືດໝັ້ນປະຕິບັດບັນດາມາດຕະການທີ່ເໝາະສົມກັບກົດໝາຍສາກົນເພື່ອປະຕິບັດ, ປົກປັກຮັກສາອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ; ອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານຢູ່ບັນດາເຂດທະເລຂອງຕົນ ເຊິ່ງໄດ້ກຳນົດຖືກຕ້ອງຕາມຂໍ້ກຳນົດຊອງ UNCLOS.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top