• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະດັບຫລຽນໄຊ,ຫລຽນກາໃຫ້ແກ່ພະນັກງານ, ຜູ້ຊ່ຽວຊານ,ທະຫານອາສາສະໝັກຫວຽດນາມ

ພິ​ທີ​ປະ​ດັບ​ຫລຽນ​ໄຊ, ຫລຽນ​ກາ
ພ​າບ:baomoi.com
          ວັນ​ທີ 28/2 ຢູ່​ແຂວງ ລ້າງ​ເຊີນ ໄດ້​ຈັດ​ຕັ້ງ ພິ​ທີ​ປະ​ດັບ​ຫລຽນ​ໄຊ,ຫລຽນ​ກາ​ຂອງ ສ​ປ​ປ ລາວ​ໃຫ້​ແກ່​ພະ​ນັກ​ງານ,ຜູ້​ຊ່ຽວ​ຊານ, ທະ​ຫານ​ອາ​ສາສະ​ໝັກ​ຫວດຍ​ນາມ ຢູ່ ແຂວງ ລ້າງ​ເຊີນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ ຟ້າມງອກ​ເຖືອງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລ້າງ​ເຊີນ ໃຫ້​ຮູ້​ວ່າ:ເພື່ອ​ຮັບ​ຮູ້​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ການ​ທະ​ຫານ​ຫວຽດ​ນາມ ທີ່​ໄດ້​ຊ່ວຍ​ເຫລືອ​ການ​ປະ​ຕິ​ວັດ​ລາວ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​​ເອົາເອກ​ະ​ລາດ​​ແຫ່ງຊາດ, ພັກ, ລັດ ສ​ປ​ປ ລາວ ໄດ້​ປະ​ດັບຫລຽນ​ໄຊ, ຫລຽນ​ກາ, ຫລຽນ​ກາ​ທີ່​ລະ​ນຶກ​ຫລາຍ​ຫລຽນໃຫ້​​ແກ່ພະ​ນັກ​ງານ, ຜູ້​ຊ່ຽວ​ຊານ, ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ (1962-2017) ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ຮ່ວມ​ມື ຫວຽດ​ນາມ - ລາວ (1977-2017), ປະ​ທານ​ປະ​ເທດ​ ສ​ປ​ປ ລາວ ໄດ້​ມອບ​ຫລຽນ​ໄຊ, ຫລຽນ​ກາ, ຫລຽນ​ກາ​ທີ່​ລະ​ນຶກ​ເກືອບ 9000 ຫລຽນ​ໃຫ້​ແກ່​ພະ​ນັກ​ງານ, ຜູ້​ຊ່ຽວ​ຊານ, ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ, ໃນ​ນັ້ນ ແຂວງ ລ້າງ​ເຊີນ​ມີ 73 ຄົນ.
 (ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

Top