• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ ຢູ່ ລາວ ສືບ​ຕໍ່​ກໍ່ສ້າງ​ປະຊາ​ຄົມໝັ້ນຄົງ​ເຂັ້ມ​ແຂງ ​ແລະ ສາມັກ​ຄີ

ຕອນບ່າຍວັນທີ 28 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ສົມທົບກັບ ສະມາຄົມໃຫຍ່ ຊາວຫວຽດນາມ ອາໄສ ຢູ່ ລາວ ຈັດຕັ້ງກອງປະຊຸມສະຫຼຸບວຽກງານກ່ຽວກັບ ຊາວຫວຽດນາມ ອາໄສ ຢູ່ລາວ ປີ 2019 ແລະ ທິດທາງຂອງວຽກງານປີ 2020.
 
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ຫງວຽນບ໊າຫຸ່ງ (ພາບ: TTXVN)

 ປີ 2019, ປະຊາຄົມຊາວຫວຽດນາມ ສືບຕໍ່ເຊື່ອມຕົວເຂົ້າກັບສັງຄົມເທື່ອລະກ້າວ. ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ລາວ ສົມທົບກັບ ອົງການຕາງໜ້າ ຈັດຕັ້ງການເຄື່ອນໄຫວສໍາຄັນຈໍານວນໜຶ່ງ ຄື ຂໍ່ານັບຮັບຕ້ອນບຸນປີໃໝ່ປະຈໍາຊາດ, ພິທີບູຊາເຈົ້າຊີວິດຫຸ່ງ...; ພ້ອມກັນນັ້ນ ເຂົ້າຮ່ວມບັນດາການເຄື່ອນໄຫວຄືງານບຸນ ແລະ ພິທີສະເຫຼີມສະຫຼອງຕ່າງໆ ໂດຍ ອໍານາດການປົກຄອງປະເທດປະຈໍາຖິ່ນຈັດຕັ້ງ.

        ປີ 2020, ວຽກງານກ່ຽບກັບຊາວຫວຽດນາມ ອາໄສ ຢູ່ລາວ ຈະສຸມໃສ່ບັນດາການເຄື່ອນໄຫວຫຼັກຄື ຈັດຕັ້ງການຕ້ອນຮັບບຸນປີໃໝ່ໃຫ້ແກ່ພໍ່ແມ່ພີ່ນ້ອງຢູ່ທ້ອງຖິ່ນ; ສະມາຄົມໃຫຍ່ຊາວຫວຽດນາມ ອາໄສ ຢູ່ ລາວ ຈະຈັດຕັ້ງ ກອງປະຊຸມໃຫຍ່ຊຸດທີ 3 ແລະ ກອງປະຊຸມໃຫຍ່ຂອງສະມາຄົມຊາວຫວຽດນາມ ອາໄສ ຢູ່ ບາງແຂວງຂອງລາວ; ເພີ່ມທະວີການສົມທົບ ລະຫວ່າງບັນດາອົງການຈັດຕັ້ງຂອງສະມາຄົມ, ຄະນະ ກັບບັນດາອົງການຕາງໜ້າຫວຽດນາມ ເພື່ອຊຸກຍູ້ການແກ້ໄຂບັນດາເອກະສານນິຕິກໍາໃຫ້ແກ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ລາວ.

 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top