• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ ຫວຽດນາມ ເປັນຈຳນວນຫລວງຫລາຍຄັດຄ້ານເລື່ອງ ຈີນ ລະເມີດອະທິປະໄຕຢູ່ທະເລຕາເວັນອອກ

ຕໍ່ໜ້າເລື່ອງ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າແມ່ນເຂດຊີຊາ ແລະ ເຂດໜານຊາ ໃນ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ຂອງ ຫວຽດນາມ. ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມບໍ່ເພິ່ງພໍໃຈ ແລະ ຄັດຄ້ານການກະທຳຜິດກົດໝາຍຂອງ ຈີນ ຢ່າງແຮງ. 

 (ພາບປະກອບ / chinhphu.vn)

ລຸງ ຫງວຽນສີຈິງ, ເມືອງ ບີ່ງແຈກ, ນະຄອນ ໂຮ່ຈີມິນ ຖືວ່າ: ເລື່ອງ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າແມ່ນ “ນະຄອນຕາມຊາ” ແລະ ບັນດາການກະທຳທີ່ກ່ຽວຂ້ອງ ໄດ້ລະເມີດຢ່າງແຮງອະທິປະໄຕຂອງ ຫວຽດນາມ. ໝູ່ເກາະ ເຈື່ອງຊາ, ຮ່ວາງຊາ ແມ່ນຂອງ ຫວຽດນາມ ໂດຍໄດ້ພິສູດໃຫ້ເຫັນດ້ວຍພື້ນຖານນິຕິກຳ ແລະ ຄົງຕົວຍາວນານໃນປະຫວັດສາດ, ທີ່ຕັ້ງພູມສາດຂອງ ຫວຽດນາມ.

        “ຂ້າພະເຈົ້າຄັດຄ້ານການກະທຳຜ່ານມາຂອງ ຈີນ. ການກະທຳຂອງ ຈີນ ແມ່ນຜິດພາດ, ຜິດກັບກົດໝາຍສາກົນ, ກົດໝາຍວ່າດ້ວຍທະເລ 1982. ການກະທຳນີ້ ແມ່ນການກະທຳແຜ່ອຳນາດ, ຖືຕົນເອງເປັນປະເທດໃຫຍ່ນາບຂູ່ປະເທດນ້ອຍ. ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ ແຕ່ເຂົາເຈົ້າໄດ້ຕັ້ງໃຈຢຶດຄອງ. ຂ້າພະເຈົ້າຮຽກຮ້ອງສະຫະປະຊາຊາດ ແລະ ປະຊາຄົມສາກົນ ຄັດຄ້ານ, ສະກັດກັ້ນການກະທຳລະເມີດກົດໝາຍດັ່ງກ່າວຂອງ ຈີນ. ຂ້າພະເຈົ້າສະເໜີ ຈີນ ຖອນອອກຈາກໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ, ຍ້ອນວ່າ ເຂົາເຈົ້າໄດ້ລະເມີດຫລາຍຄັ້ງແລ້ວ.

(ພາບປະກອບ: quochoi.vn)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top