• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມເຕັກໂນໂລຊີຂໍ້ມູນຂ່າວສານຮັບບົດບາດໜ້າທີ່ນຳໜ້າໃນການຊຸກຍູ້ການຫັນເປັນດີຈີຕອນ

      ໄປຄຽງຄູ່ກັບການມູ່ງໄປສູ່ຕະຫລາດພາຍນອກ, VINASA ແລະ ບັນດາວິສາຫະກິດສະມາຊິກ ຄວນມີບັນດາມາດຕະການຢ່າງແທດຈິງ, ນຳໃຊ້ງ່າຍ, ມູ່ງໄປສູ່ຈຳນວນສ່ວນຫລາຍ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ພາບ: VGP
      ວັນທີ 19 ມີນາ, ທີ່ຮ່າໂນ້ຍ, ສະຫະສະມາຄົມຊ໊ອບແວ ແລະ ບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ V, ອາຍຸການ 2021 – 2025. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ນີ້ແມ່ນໄລຍະທີ່ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານໄດ້ຮັບພາລະກຳນຳໜ້າການປ່ຽນແປງໃໝ່ ເພື່ອຍາດແຍ່ງໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ໃນອາຍຸການ 2021 – 2025, ໄປຄຽງຄູ່ກັບການມູ່ງໄປສູ່ຕະຫລາດພາຍນອກ, VINASA ແລະ ບັນດາວິສາຫະກິດສະມາຊິກ ຄວນມີບັນດາມາດຕະການຢ່າງແທດຈິງ, ນຳໃຊ້ງ່າຍ, ມູ່ງໄປສູ່ຈຳນວນສ່ວນຫລາຍ ເພື່ອແກ້ໄຂບັນດາບັນຫາວາງອອກໃນສະພາບຕົວຈິງ ແນໃສ່ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ນຳມາເຊິ່ງຜົນກະທົບ, ການປ່ຽນແປງຢ່າງຕັ້ງໜ້າໃນສັງຄົມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ..

Top