• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມສາກົນ ຕຳໜິຕິຕຽນການກະທໍາຂອງ ຈີນ ຢູ່ ທະເລຕາເວັນອອກ ເຊິ່ງໄດ້ກໍ່ຄວາມສັບສົນແກ່ສະພາບການໃນພາກພື້ນ

      ໃນຊຸມວັນຜ່ານມາ, ປະຊາຄົມສາກົນ ໄດ້ສະແດງທັດສະນະຄັດຄ້ານບັນດາການກະທຳຫຼ້າສຸດຂອງ ຈີນ ຢູ່ ທະເລຕາເວັນອອກ, ໃນນັ້ນ ມີການຖະແຫຼງການຮັບປະກັນການປະຕິບັດຄຳສັ່ງຫ້າມຈັບຫາປາ ເຊິ່ງໄດ້ມີຜົນສັກສິດແຕ່ວັນທີ 1 ພຶດສະພາ 2021 ໃນເຂດທະເລທີ່ມີຂອບເຂດລວມທັງ ເຂດອ່າວພາກເໜືອ ແລະ ໝູ່ເກາະ ຮວ່າງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ, ສືບຕໍ່ຈັດສົ່ງກ່ຳປັ່ນມາເຄື່ອນໄຫວຢູ່ ຫາດບາເດົ່າ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ.
ກໍ່າປັ່ນ ຈີນ ເຄື່ອນໄຫວຢູ່ ທະເລຕາເວັນອອກ (ພາບ: AFP/TTXVN)
      ຟີລິບປິນ ໄດ້ຍື່ນສະເໜີຈົດໝາຍທາງການວ່າດ້ວຍການຄັດຄ້ານ ຕື່ມອີກ 2 ສະບັບ, ໂດຍຖືວ່າ ບັນດາການເຄື່ອນໄຫວຂອງ ຈີນ ຢູ່ທະເລຕາເວັນອອກ ໄດ້ກໍ່ຄວາມຂາດສະຖຽນລະພາບ ແລະ ສົ່ງຜົນເສຍຫາຍຕໍ່ການຊຸກຍູ້ການສ້າງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ພ້ອມທັງ ຮຽກຮ້ອງ ປັກກິ່ງ ຕ້ອງເຄົາລົບ UNCLOS 1982.
ໃນປຶ້ມປົກຂຽວການທູດ ປີ 2021 ທີ່ຫາກໍປະກາດຫວ່າງມໍ່ໆມານີ້, ລັດຖະບານ ຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂະຫຍາຍການທະຫານຂອງ ຈີນ ກໍຄືບັນດາການເຄື່ອນໄຫວທີ່ນັບມື້ນັບເພີ່ມຂຶ້ນຂອງປະເທດນີ້ ຢູ່ ທະເລຕາເວັນອອກ ແລະ ທະເລຮວາຕຸງ.
            ໃນຂະນະນັ້ນ, ສະຫະພາບເອີຣົບ (ອີຢູ) ໄດ້ສະແດງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງກ່ຳປັ່ນ ຈີນ ຢູ່ເຂດຕ່າງໆໃນທະເລຕາເວັນອອກ ອັນໄດ້ນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ອີຢູ ຊີ້ແຈ້ງເຖິງການສະໜັບສະໜູນວິວັດການໂດຍ ອາຊຽນ ນຳພາ ແນໃສ່ມຸ່ງໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ມີລັກສະນະຜູກມັດທາງນິຕິກຳ, ບໍ່ກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດຂອງບັນດາຝ່າຍທີສາມ. 
 (ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top