• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບູລະນະການຈັດຕັ້ງຄະນະບໍລິຫານງານ, ຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ອາຍຸການ 2018 – 2023

ວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມຈັດຕັ້ງ ກອງປະຊຸມ ຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານຫວຽດນາມ ຄັ້ງທີ 4, ຊຸດທີ 12, ເພື່ອແນໃສ່ບູລະນະການຈັດຕັ້ງຄະນະບໍລິຫານງານ, ຄະນະປະທານ ແລະ ຕໍາແໜ່ງປະທານສະຫະພັນແຮງງານໃຫຍ່ຫວຽດນາມ ຊຸດທີ 12, ອາຍຸການ 2018 - 2023.
 ທີ່ກອງປະຊຸມ, ດ້ວຍ 100% ຈໍານວນບັດເຫັນດີ, ທ່ານ ຫງວຽນດິ່ງຄາງ ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດທີ 12, ອາຍຸການ 2018 – 2023 ແທນທ່ານ ບຸ່ຍວັນເກື່ອງ  ເຊິ່ງໄດ້ຮັບການສັບຊ້ອນຈາກກົມການເມືອງໃຫ້ໄປຮັບດໍາລົງຕໍາແໜ່ງເປັນເລຂາຄະນະພັກແຂວງ ດັກລັກ.

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູງການພັກກອມມູນິດຫວຽດນາມ ໄດ້ຊົມເຊີຍປະທານສະຫະພັນໃຫຍ່ແຮງງານຫວຽດນາມຄົນໃໝ່ 

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູງການພັກກອມມູນິດຫວຽດນາມ ໄດ້ຊົມເຊີຍປະທານສະຫະພັນໃຫຍ່ແຮງງານຫວຽດນາມຄົນໃໝ່ ແລະ  ສະເໜີວ່າ ໃນຖານະຕໍາແໜ່ງໃໝ່ຂອງຕົນ, ທ່ານ ຫງວຽນດິ່ງຄາງ ຕ້ອງສືບຕໍ່ນໍາອົງການກໍາມະບານເສີມຂະຫຍາຍບົດບາດເປັນອົງການຕາງໜ້າເບິ່ງແຍງດູແລຜົນປະໂຫຍດອັນຊອບທໍາໃຫ້ແກ່ຊາວຜູ້ອອກແຮງງານໃຫ້ເປັນຢ່າງດີກວ່າອີກ. ທ່ານນາງກ່າວວ່າ:

“ກໍາມະບານມີ 3 ໜ້າທີ່ ນັ້ນແມ່ນ ອົງການຕາງໜ້າໃຫ້ແກ່ຜົນປະໂຫຍດອັນຊອບທໍາຂອງຊາວຜູ້ອອກແຮງງານ, ພັດທະນາສະມາຊິກກໍາມະບານ ແລະ ແມ່ນຂົວຕໍ່ລະຫວ່າງພັກ ກັບ ຊາວຜູ້ອອກແຮງງານ. ກໍາມະບານຕ້ອງກໍ່ສ້າງອົງການ, ຖັນແຖວພະນັກງານໃໝ່ເພື່ອສາມາດແບກຫາບໄດ້ສາມໜ້າທີ່ດັ່ງກ່າວ.”

ທ່ານນາງກໍເນັ້ນໜັກວ່າ ກໍາມະບານຕ້ອງເອົາໃຈໃສ່ໜູນຊ່ວຍຊາວຜູ້ອອກແຮງງານເຊັ່ນສັນຍາແຮງງານ, ສືບຕໍ່ປະກອບຄໍາເຫັນເພື່ອສ້າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ໃຫ້ສໍາເລັດ; ມານະພະຍາຍາມວາງອອກກົດໝາຍສະເພາະ ເຊິ່ງແມ່ນກົດໝາຍ ວ່າດ້ວຍການດໍາເນີນຄະດີແຮງງານ. 

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top