• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຳລຸງສ້າງນັກສຶກສາການທູດຕ້ອງຕອບສະໜອງວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ

ທ່ານ​ ຟ້າມ​ບີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ
(ພາບ: VGP/Hi Minh)
      ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່ 2016 – 2017 ຂອງ​ສະ​ຖາ​ບັນ​ການ​ທູ​ດ ໃນ​ຕອນ​ເຊົ້າ​ວັນ​ທີ 21/10, ທ່ານ​ ຟ້າມ​ບີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຮຽກ​ຮ້ອງ​ໃຫ້​ຄູ​ສອນ​ໃນ​ສະ​ຖານ​ບັນ​ຕ້ອງ​ຕັ້ງ​ໜ້າ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ປະ​ເທດ​ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ພົວ​ພັນ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ທ​ຸກໆ​ຂົງ​ເຂດ​ອີກດ້​ວຍ. ສະ​ຖາ​ບັນ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ວິ​ທີ​ການ, ສຳ​ພັດ​ການບ​ຳ​ລຸງ​ສ້າງ​ທັນ​ສະ​ໄໝ​ກ່​ວາ​ອີກ, ​ຍາມ​ໃດ​ກໍ່ອັບ​ເດດຫຼັກ​ສູດ​ການ​ສອນ​ເພື່ອ​ເຮັດ​ແນວ​ໃດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ຂອງ​ປະ​ເທດ ແລະ ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ:
        “ພວກ​ເຮົາ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ມີ​ການ​ຫັນ​ປ່ຽນ​ຢ່າງ​ໄວ​ວາ. ປະ​ເທດ​ຊາດ​ສ​ືບ​ຕໍ່​ມີ​ການ​ປ່ຽນ​ແປງ​ໃໝ່, ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ ແລະ ພວມ​ດຳ​ເນີນ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ເສດ​ຖະ​ກິດ. ທັງ​ໝົດ​ເລົ່າ​ນັ້ນ ໄດ້​ວາງ​ອອກ​ຄວາມ​ຕ້ອງ​ການ​ດ້ານ​ການ​ສຶກ​ສາບ​ຳ​ລຸງ​ສ້າງ, ບໍ່​ພຽງ​ແຕ່​ປ່ຽນ​ແປງ​ໃໝ່​ເທົ່າ​ນັ້ນ, ຫາ​ກ​ຍັງ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ, ຄວາມ​​ຮຽກ​ຮ້ອງຕ້ອງກ​ານ​ສຳ​ລັບ​ຂະ​ແໜງ​ພົວ​ພັນ​ຕ່າງ​ປະ​ເທດກໍ່​ໃຫຍ່ຫຼວງ​ທີ່​ສຸດ ແລະ ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ຮຽກ​ຮ້ອງ​ຕ້ອງ​ມີ​ບັນ​ດາ​ແຫຼ່ງ​ກຳ​ລັງ​ເພື່ອ​ສືບ​ທອດ​ບັນ​ດາ​ມູນ​ເຊື້ອ​ການ​ທູດ​ອັນ​ພິລະ​ອ​າດ​ຫານ​ໃນ​ຕະຫຼອດ 70 ປີ​ຜ່ານ​ມາ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top