• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ຮູງກະຣີ


ທ່ານ ຟ້າ​ມບີ​ງມິ​ງ ຕ້ອນຮັບ​ທ່ານ Balogh Csaba
(ພາບ: TTXVN)

      ຕອນ​ບ່າຍ​ວັນ​ທີ 11/01 ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Balogh Csaba ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮັບຜິດຊອບ​ເສດຖະກິດ​ຕ່າງປະ​ເທດ ຮູ​ງກາຣີ ​ເນື່ອງ​ໃນ​ໂອກາດ​ມາ ຫວຽດນາມ ​ເຊັນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມືບ້ວງ​ສິນ​ເຊື່ອທີ່​ມີ​ມູນ​ຄ່າ 440 ລ້ານ ​ເອີ​ໂຣ ລະຫວ່າງ 2 ລັດຖະບານ. ທີ່​ການ​ຕ້ອນຮັບ ທ່ານ ຟ້າ​ມບີ​ງມິ​ງ ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ 2 ປະ​ເທດ​ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ເຮັດສຳ​ເລັດ​ລະບຽບ​ການ​ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ນີ້ຢ່າງ​ທັນ​ການ. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນຂີດ​ໝາຍ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ລະຫວ່າງ ຫວຽດນາມ - ຮູ​ງກາຣີ ​ໃນ​ຕົ້ນ​ປີ 2017 ​ແລະ ກະກຽ​ມ​ໃຫ້ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ ຮູ​ງກາຣີ Orban Vikator “​ເຊິ່ງຄາດ​ຄະ​ເນ​ຈະ​ດຳ​ເນີນໃນ​ເດືອນ 04/2017”. ດ້ວຍ​ສັນຍາ​ແມ່​ດັ່ງກ່າວ 2 ຝ່າຍ​ຈະ​ປະຕິບັດ​ຫລາຍໂຄງການ​ຮ່ວມ​ມື​ ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ ຮູ​ງກາຣີ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ຄຸ້ມ​ຄອງ​ແຫຼ່ງນ້ຳ, ບຳບັດ​ນ້ຳ​ເສຍ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ ​ແລະ ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ, ສາທາລະນະ​ສຸກ…​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ທ່ານ ຟ້າ​ມບີ​ງມິ​ງ ຖື​ວ່າ ວົງ​​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຍັງ​ຢູ່​ໃນ​ລະດັບ​ຕ່ຳ ດັ່ງ​ນັ້ນ ການສ້າງ​ບັນດາ​ໂຄງການ, ​ແຜນ​ການ​ຮ່ວມ​ມື 2 ຝ່າຍ, ກະກຽມ​ໃຫ້ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ສົມທົບ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຮູ​ງກາຣີ ຄັ້ງ​ທີ 7 ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 03/2017 ຢູ່ ຮູ​ງກາຣີ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top