• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ແຂວງ​ເຂດ​ຕາ​ເວັນ​ອອກ​ທາງ​ພາກໃຕ້​ຫວຽດ​ນາມ ​ເຊື່ອມ​ຕໍ່, ກະ​ຕຸ້ນ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ

ຕອນເຊົ້າວັນທີ 28 ມິຖຸນາ ຢູ່ແຂວງ ໄຕນິງ, ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ແລະ ຄະນະກຳມະການປະຊາຊົນແຂວງໄຕນິງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ພັດທະນາຜະລິດຕະພັນເຊື່ອມຕໍ່ກະຕຸ້ນການທ່ອງທ່ຽວເຂດຕາເວັນອອກທາງພາກໃຕ້” .

ພາບປະກອບ: ໜັງສືພິມອຸດສາຫະກຳ ແລະການຄ້າ 

ໂດຍມີການເຂົ້າຮ່ວມມີການນຳຂະແໜງທ່ອງທ່ຽວ, ວິສາຫະກິດບັນດາແຂວງ, ນະຄອນ ລວມມີ: ນະຄອນໂຮ່ຈີມິນ, ດົ່ງນາຍ, ບິ່ງເຢືອງ, ບິ່ງເຟືອກ, ໄຕນິງ, ບ່າເຮ້ຍ - ວຸງເຕົ່າ.

ທີ່ກອງປະຊຸມສຳມະນາ, 3 ເສັ້ນທາງຜະລິດຕະພັນລະຫວ່າງເຂດໃໝ່ໄດ້ຮັບການປະກາດ ແມ່ນ ເສັ້ນທາງ ນະຄອນໂຮ່ຈີມິນ - ໄຕນິງ - ບິ່ງເຢືອງ ດ້ວຍຫົວຂໍ້ “ສີວັນວັນໃໝ່”, “ພິຊິກຊາຍຄາພາກໃຕ້”, ເສັ້ນທາງ ນະຄອນໂຮ່ຈີມິນ - ບິ່ງເຢືອງ - ບິ່ງເຟືອກດ້ວຍຫົວຂໍ້ “ດິນແດນເຂດພາກຕາເວັນອອກແຫ່ງນ້ຳຈິດມິດໃຈ” ແລະ ເສັ້ນທາງ ນະຄອນໂຮ່ຈີມິນ - ດົ່ງນາຍ - ບ່າເຣ້ຍ ວຸງເຕົ່າ ດ້ວຍຫົວຂໍ້ “ທຳມະຊາດທີ່ສົດໄສ, ສີສັນທະເລທີ່ສວຍງາມ”.

ມີວິສາຫະກິດການທ່ອງທ່ຽວ 9 ແຫ່ງຢູ່ນະຄອນໂຮ່ຈີມິນ ໄດ້ລົງນາມຂໍ້ຕົກລົງການຮ່ວມມືພັດທະນາຜະລິດຕະພັນກະຕຸ້ນການທ່ອງທ່ຽວ ດ້ວຍ 20 ຫົວໜ່ວຍຕອບສະໜອງການບໍລິການຢູ່ບັນດາແຂວງດັ່ງກ່າວ. ບົນພື້ນຖານນີ້ຈະມີບັນດານະໂຍບາຍບຸລິມະສິດກ່ຽວກັບລາຄາຈົນໝົດປີ 2020 ເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວລະຫວ່າງເຂດທີ່ມີຄຸນນະພາບ, ລາຄາດຶງດູດໃຈເພື່ອແນໃສ່ກະຕຸ້ນການທ່ອງທ່ຽວພາຍໃນປະເທດ.

 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top