• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາເອກະສານຮັບຮອງເອົາທີ່ສັບປະດາຂັ້ນສູງ APEC 2017 ຈະຫັນວິໄສທັດຂອງ APEC ຫຼັງປີ 2020 ເປັນຮູບປະທຳ

      ຍັງມີເວລາພຽງອີກ 2 – 3 ວັນອີກ, ສັບປະດາຂັ້ນສູງ APEC, ເຊິ່ງແມ່ນການເຄື່ອນໄຫວສຸດທ້າຍ ແລະ ສຳຄັນທີ່ສຸດໃນປີ APEC ຫວຽດນາມ 2017, ຈະດຳເນີນຢູ່ນະຄອນ ດ່ານັ້ງ.
     
      ໃນບົດບາດເປັນເຈົ້າພາບຈັດຕັ້ງ, ຫວຽດນາມ ມານະພະຍາຍາມສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ຜົນສຳເລັດຂອງສັບປະດາຂັ້ນສູງ. ໄປຄຽງຄູ່ກັບວຽກງານກະກຽມ ກ່ຽວກັບດ້ານພິທີການ, ພາລະທິການ, ການປ້ອງກັນຄວາມສະຫງົບ…, ມາຮອດປະຈຸບັນ, ວຽກງານກະກຽມເນື້ອໃນ, ບັນດາເອກະສານໄດ້ ສຳເລັດ ແລະ ກຽມພ້ອມຢື່ນສະເໜີຕໍ່ບັນດາການນຳ 21 ພື້ນຖານເສດຖະກິດສະມາຊິກຮັບຮອງເອົາ.
        ຕາມ ປອ ເຈີ່ນວຽກທ໋າຍ, ຮອງຫົວໜ້າສະຖາບັນຍຸດທະສາດການຕ່າງປະເທດ, ສະຖາບັນການຕ່າງປະເທດ, ປະທານເຄືອຂ່າຍບັນດາສູນຄົ້ນຄ້ວາ APEC ຫວຽດນາມ, ຮັບຮູ້ແຈ້ງວ່າ APEC 2017 ບໍ່ພຽງແຕ່ແມ່ນຈຸດສຸມພົວພັນການຕ່າງປະເທດຂອງປະເທດໃນໄລຍະພັດທະນາໃໝ່ເທົ່ານັ້ນ ຫາກຍັງແມ່ນການປະກອບສ່ວນຂອງ ຫຽດນາມ ຕໍ່ພາກພື້ນ ອາຊີ - ປາຊີຟິກ ອີກ ດັ່ງນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍວຽກງານກະກຽມແຕ່ດົນນານມາແລ້ວ. ດ້ານອື່ນ, ຫວຽດນາມ ຍົກສູງຄວາມຮັບຮູ້ຂອງບັນດາກະຊວງ, ຂະແໜງການເພື່ອຈັດຕັ້ງກອງປະຊຸມໃຫ້ດີທີ່ສຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ຂອງ APEC, ດ້ານອື່ນ, ຫວຽດນາມ ໄດ້ຍົກອອກຫຼາຍແນວຄວາມຄິດຂໍ້ລິເລີ່ມໃໝ່, ສຸມໃສ່ບັນດາບຸລິມະສິດໃຫຍ່ໃນປະຈຸບັນ ຂອງ APEC ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃໝ່ຂອງການເຕີບໂຕ ແລະ ການຮ່ວມສຳພັນ:
      ຂ້າພະເຈົ້າເອງໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ, ເປັນເຈົ້າການນັບແຕ່ຫົວທີ, ທາບທາມຄວາມເຫັນ ນັບທັງທາບພທາມຄວາມເຫັນຈາກຕ່າງປະເທດ. ບັນດາແນວຄວາມຄິດຂອງ ຫວຽດນາມ ທີ່ຍົກອອກມາ ໃນປະຈຸບັນ, ພາຍຫຼັງການທາບທາມຄວາມເຫັນ, ການແລກປ່ຽນພາຍໃນຫຼາຍຄັ້ງ ກໍ່ຄືລັດຖະນະໂຍບາຍຂອງການນຳຂັ້ນສູງ, ພວກເຮົາໄດ້ຍົກອອກຫຼາຍແນວຄວາມຄິດເຊິ່ງໄດ້ຮັບຄວາມເຫັນດີຈາກບັນດາປະເທດໃນພາກພື້ນ ແລະ ເວທີປາໄສ. ເວົ້າລວມແລ້ວ, ມີຫຼາຍແນວຄວາມຄິດໄດ້ຍົກອອກມາ ແລະ ມາຮອດຈຸດເວລານີ້ ອາດເວົ້າໄດ້ວ່າ ການກະກຽມໃຫ້ສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ ກ່ຽວກັບດ້ານແນວຄວາມຄິດແມ່ນຮຽບຮ້ອຍແລ້ວ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top