• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາສັນຍາການຄ້າເສລີທີ່ປະກອບສ່ວນຍົກກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ

(ພາບປະກອບ)
       ເມື່ອ​ຕີ​ລາຄາ​ພາຍຫຼັງ 1 ປີ ​ເຂົ້າ​ເປັນ​ສະມາຊິກ ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC), ທ່ານ ຮ່ວາງ​ກວາງ​ຝ່ອງ, ຮອງ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ, ນັບ​ແຕ່​ມີ AECພ້ອມ​ກັບ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ​ໄດ້​ສ້າງ​ກຳລັງ​ດັນ​ໃນ​ການ​ປ່ຽນ​ໃໝ່​ລະບອບ​ກົດໝາຍ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ພ້ອມ​ທັງ​ປະກອບສ່ວນ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ ​ແລະ ປະຊາ​ຄົມ​ວິ​ສາ​ຫາ​ກິດ.
        ຜູ້ຕາງໜ້າ​ກຸ່ມ​ຄົ້ນ​ຄ້ວາ​ຂອງ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ທ່ານ​ນາງ ຫງວຽນ​ທິທູ​ຈາງ, ຜູ້ອຳນວຍການ​ສູນ WTO ​ແລະ ​ເຊື່ອມ​ໂຍງ, ​ໃຫ້​ຂໍ້​ສັງ​ເກດ​ວ່າ, ພາຍຫຼັງ​ທີ່ AEC ມີ​ຜົນ​ສັກສິດ 1 ປີ, ດ້ວຍ 9 ຕະຫຼາດ ​ໃນ​ກຸ່ມ​ ອາ​ຊຽນ​ໄດ້​ຮັບ​ການ​ລົບ​ລ້າງ​ຮົ້ວ​ກີດຂວາງ​ດ້ານ​ພາສີ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ກາລະ​ໂອກາດ​ສົ່ງ​ອອກ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ. ບໍ່​ມີ​ເວລາ​ໃດ​ທີ່​ບັນດາ​ຂັ້ນ​ຕອນ​ຈໍລະ​ຈອນ​ສິນຄ້າ​ພັດ​ມີ​ຄວາມ​ເປັນ​ເອກະ​ພາບ ​ແລະ ສະດວກ​ຄື​ແນວ​ນັ້ນ​ດ້ວຍ​ກົນ​ໄກ​ປະ​ຕູ​ດຽວ ອາ​ຊຽນ; ລະບົບ​ພາສີ​ເອ​ເລັກ​ໂຕ​ນິກ; ບັນດາ​ຂັ້ນ​ຕອນ​ຕີ​ລາຄາ​ການ​ປະຕິບັດ​ໄດ້​ຮັບ​ການ​ຮັບຮອງ​ເຊິ່ງກັນ ​ແລະ ກັນ​ໃນ ອາ​ຊຽນ ​ແລະ ພ້ອມ​ກັນ​ນຳ​ໃຊ້​ຕາຕະລາງ​ພາສີ​ດຽວ​ທີ່​ກົມກຽວ​ໃນ​ອາ​ຊຽນ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top