• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາວິສາຫະກິດຝະລັ່ງ ຕີລາຄາສູງສະພາບແວດລ້ອມ ແຫ່ງການລົງທຶນຂອງ ຫວຽດນາມ

(ທ່ານ ຫງວຽນ​ງ້ອກ​ເຊີນ ມີ​ການ​ໂອ້​ລົມກັບ​ບັນດາ​ສະມາຊິກ​
ຂອງສະຫະ​ສະມາຄົມ ຝະລັ່ງ - ອາຊີ)
      ​ຕອນ​ຄ່ຳ​ວັນ​ທີ 17/02, ທ່ານ ຫງວຽນ​ງ້ອກ​ເຊີນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ມີ​ການ​ໂອ້​ລົມກັບ​ບັນດາ​ສະມາຊິກ​ຂອງສະຫະ​ສະມາຄົມ ຝະລັ່ງ - ອາຊີ (Association France - Asie) ​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ຜົນງານ​ດີ​ເດັ່ນ​ຂອງ ຫວຽດນາມ ພາຍຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ ​ແລະ ຫວນ​ຄືນ​ການ​ພົວພັນ​ ຫວຽດນາມ - ຝະລັ່ງ. ຜູ້ຕາງໜ້າ​ຂອງ​ວິສາ​ຫະກິດປະມານ 50 ​ແຫ່ງ​ພ້ອມ​ກັບນັກຮຽນ​ຮູ້ ຝະລັ່ງ ​ຫລາຍ​ຄົມ​​ໄດ້ເຂົ້າ​ຮ່ວມ​ການ​ໂອ້​ລົ​ມ​. ນະ​ທີ່​ນີ້, ທ່ານ​ເອກອັກຄະ​ລັດຖະທູດ ຫງວຽນ​ງ້ອກ​ເຊີນ ​ໄດ້​​ແນະນຳ​ບັນ​ດາ​ຂໍ້​ມູນ​ຂ່າວ​ໃໝ່​ສຸດ​ກ່ຽວ​ກັບ​ສະພາບ ຫວຽດນາມ ຄື: ສະຖຽນລະພາບດ້ານ​ການ​ເມືອງ​, ​ເສດຖະກິດ​ເຕີບ​ໂຕຢ່າງ​ແຮງ, ພາລະກິດ​ຫັນ​ເປັນ​ອຸດສາຫະກຳ, ຫັນ​ເປັນທັນ​ສະ​ໄໝ ​ແລະ ​ການເຊື່ອມ​ໂຍງ​ເສດຖະກິດ​​ເຂົ້າ​ກັບສາກົນ​ພວມ​ໄດ້​ຮັບ​ການ​ຍູ້​ໄວ… ​ກ່ຽວຂ້ອງ​ເຖິງ​ການ​ພົວພັນລະຫວ່າງ ຝະລັ​່ງ ​ແລະ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ສຳ​ຫລວດ​ກວດຄືນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ ​​ຜ່ານ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ກໍ່​ແນະນຳ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ​ເຫດການ​ສຳຄັນຍິ່ງຂອງ​ພັກ​ກອມ​ມູນິດ ຫວຽດນາມ ທີ່ດຳ​ເນີນ​​ໃນສະພາບ​ພື້ນຖານ​ເສດຖະກິດ ຫວຽດນາມ ຮັກສາ​ລະດັບ​ເຕີບ​ໂຕ 6,7% ​ໃນ​ປີ 2015, ​ເຊິ່ງ​ແມ່ນລະດັບ​ສູງ​ສຸດ​ໃນ 5 ປີຜ່ານມາ.
      ​ເມື່ອ​​ໂ​ອ້​ລົມ​ກັບ​ນັກ​ຂ່າວ VOV, ຜູ້​ຕາງ​ໜ້າ​ບັນ​ດາ​ບໍ​ລິ​ສັດ​ຝ​ລັ່ງ ໄດ້​ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ແລະ ຖື​ວ່າ ສະ​ພາບ​ແວດ​ລ້ອມ​ນັບ​ມື້​ນັບ​ສະ​ດວກ ແລະ ດຶງດ​ູດ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ. ທ່ານ Jean Marie Cambaceres, ປະ​ທານ​ສະ​ຫະ​ສະ​ມາ​ຄົມ France – Asie, ປະ​ທານ​ສະ​ພາ Harmonie Mekong, ສະ​ມາ​ຊິກ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຝ​ລັ່ງ ຢືນ​ຢັນ​ວ່າ.
      “ພ​ວກ​ຂ້າ​ພະ​ເຈົ້າ​ໄດ້​ຕົກ​ລົງ​ພ້ອມ​ກັບ​ສະ​ຖານ​ທູດ​ຈັດ​ຕ​ັ້ງ​ການ​ໂ​ອ້​ລົມ​ສົນ​ທະ​ນານີ້ ຍ້ອນ​ຫວຽດ​ນາມ ພວມ​ຢູ່​ໃນ​ໄລ​ຍະ​ຫັນ​ປ່ຽນ​ທີ່​ສຳ​ຄັນ​. ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ ໄດ້​ຢືນ​ຢັນ​ວ່າ ຈະ​ມາ​ຢ້ຽມ​ຢາມຫວຽດ​ນາມ ໃນ​ປີນີ້ ແລະ ດ້ວຍ​ບັນ​ດາ​ເຫດ​ຜົນ​ນັ້​ນ, ພວກ​ເຮົ​າ​ຕົກ​ລົງ​ເຮັດ​ວຽກ​ນັ້ນ. 2 ປະ​ເທດ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ແຕ່​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຍັງ​​ໜ້ອຍ​ຢູ່. ພວກ​ເຮົາ​ໄ​ດ້​ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ແລ້ວ, ປະ​ຈຸ​ບັນ​ແມ່ນ​ຈຸດ​ເວ​ລາ​ເພື່ອ​ຊຸກ​ຍູ້​ເພື່ອ​ມີ​ບັນ​ດາ​ໂຄງ​ການ ແລະ ຜັນ​ຂະ​ຫຍາຍ​ຢ່າງ​ສຳ​ເລັດ​ຜົນ”.
      ສ່ວນທ່ານ​ນາງ Marie Beatrice Leveau, ສະ​ມາ​ຊິກ​ສະ​ພາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ຝ​ລັ່ງ ໄດ້​ຖື​ວ່າ.
      “ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ​ສຳ​ຄັນ​ໃນ​ອົງ​ການ​ໃຊ້​ພາ​ສາ​ຝ​ລັ່ງ. ພວກ​ເຮົາ​ຕ້ອງ​ຄິດ​ໄລ່​ເຖິງ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ບົນ​ພື້ນ​ຖານ​ຂອບ​ເຂດໃຊ້​ພາ​ສາ​ຝ​ລັ່ງ. ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ ຍັງ​ບໍ່​ທັນ​ຮ​ູ້​ຈັກ​ເຖິງ​ຫວຽດ​ນາມ ຢ​່າງ​ພຽງ​ພໍ, ການ​ຮ່ວ​ມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ໄດ້​ດີ​ແລ້ວ, ແຕ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຊຸກ​ຍູ້. ພວກ​ເຮົາ​ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ເອົາ​ໃຈ​ໃສ່​ຢູ່​ທັງ 2 ຝ່າຍ.”
 (ແຫຼ່ງຄັດຈາກ VOV)
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top