• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາພະຍານຫລັກຖານປະຫວັດສາດແລະນິຕິທຳຢັ້ງຢືນໝູ່ເກາະຮ່ວາງຊາແລະເຈື່ອງຊາແມ່ນຂອງຫວຽດນາມ

      ງານວາງສະແດງ ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ- ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳພວມດຳເນີນຢູ່ ເທດສະບານ ອ໋າຍຕື໋ ເມືອງ ຈ້ຽວຟອງ ແຂງ ກວ໋າງຈີ້ ແຕ່ວັນທີ 02-05 ຕຸລາ.
ງານວາງສະແດງໄດ້ນຳວາງສະແດງ 120 ຮູບພາບ, ເອກະສານ, ແຜນທີ່ ຊື່ງໄດ້ເກັບກຳຢູ່ພາຍໃນປະເທດ ແລະ ໃນໂລກ ໂດຍຢັ້ງຢືນດ້ານນິຕິທຳກ່ຽວກັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາແມ່ນຂອງຫວຽດນາມ
ພ້ອມກັນນັ້ນ ງານວາງສະແດງກໍ່ໄດ້ແນະນຳບັນດາແຜນທີ່ ໂດຍຊາວຫວຽດນາມ ແຕ້ມແຕ່ທັດສະວັດທີ XVII-XX, ແຜນທີ່ຂອງຈີນໂດຍບັນດາປະເທດຝ່າຍຕາເວັນຕົກ ແລະ ຈີນ ພິມຈຳຫນ່າຍໃນສະຕະວັດທີ XVI –XX ໂດຍຂຽນວ່າ: ຜືນແຜ່ນດິນຂອງຈີນ ທາງກ້ຳໃຕ້ ແມ່ນ ຢູ່ ເກາະໄຮ່ຫນານ. ໝວດແຜນທີ່ຫວຽດນາມ ໂດຍບັນດາປະເທດຝ່າຍຕາເວັນຕົກແຕ້ມ ແລະ ພິມຈຳຫນ່າຍແຕ່ສະຕະວັດທີ XVI-XX ໄດ້ຢັ້ງຢືນວ່າ ສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ລ້ວນແຕ່ຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top