• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດເອີລົບສະໜັບສະໜູນການສະໜອງ, ຖ່າຍທອດເຕັກໂນໂລຢີວັກຊິນໃຫ້ແກ່ ຫວຽດນາມ

       ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ.
ທ່ານບຸຍວັນເກື່ອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຕາງໜ້າຄະນະປະຕິບັດງານຮັບງົບປະມານສະໜັບສະໜູນນະຄອນໂຮ່ຈີມິນ ແລະ ກອງທຶນວັກຊິນກັນໂຄວິດ - 19
      ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCPS5) ຢູ່ໂອຕາລິດຢ່າງເປັນທາງການ, ເຮັດວຽກກັບລັດຖະສະພາເອີລົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມແຟງລັງ ໃນລະຫວ່າງວັນທີ 5 – 11 ກັນຍາ ຢ່າງເປັນທາງການ. ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ. ທ່ານໃຫ້ຮູ້ວ່າ:
      ສະພາແຫ່ງຊາດ/ລັດຖະສະພາຈຳນວນຫຼາຍ ລ້ວນແຕ່ສະໜັບສະໜູນທີ່ສຸດຕໍ່ການຊຸກຍູ້ການພົວພັນ, ໃນການທູດວັກຊິນ. ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດ/ລັດຖະສະພາໄດ້ສະໜັບສະໜູນການສະໜອງ, ແບ່ງປັນ ແລະ ຍິ່ງໄປກ່ວານັ້ນແມ່ນ ການຖ່າຍທອດເຕັກໂນໂລຢີວັກຊິນໃຫ້ແກ່ ຫວຽດນາມ ເພື່ອ ໃຫ້ຫວຽດນາມ ຫຼຸດພົ້ນອອກຈາກໂລກລະບາດໂຄວິດ - 19 ໂດຍໄວ, ຟື້ນຟູເສດຖະກິດຢ່າງແຮງ ແລະ ຮັບປະກັນການຮັກສາລະບົບສະໜອງທົ່ວໂລກ, ພິເສດແມ່ນສຳລັບບັນດາວິສາຫາກິດເອີລົບທີ່ມີການລົງທຶນຂະໜາດໃຫຍ່ຢູ່ ຫວຽດນາມ. ຖ້າຫາກວ່າ ຫວຽດນາມຖືກຜົນສະທ້ອນ ກໍ່ມີຜົນສະທ້ອນຕໍ່ແຫຼ່ງສະໜອງຂອງ ເອີລົບ.
      ຕາມທ່ານ ຫວູຫ໋າຍຮ່າ ແລ້ວ, ໃນການເຮັດວຽກຄັ້ງຕ່າງໆ, ບັນດາປະເທດລ້ວນແຕ່ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນ ຫວຽດນາມ ໃນການຊອກຫາແຫຼ່ງສະໜອງວັກຊິນ.
(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top