• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດໃຫ້ຄຳໝັ້ນສັນຍາລົງນາມ RCEP ໃນປີນີ້

      ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEPຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23 – 27 ມີນາຢູ່ ຈາກາຕາ, ປະເທດອິນໂດເນເຊຍ ກໍ່ຈະໄດ້ຈັດຕັ້ງຕາມຮູບການ ທາງອອນລາຍ.

ກອງປະຊຸມສຸດຍອດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RECP) ຄັ້ງທີ 3 ຢູ່ບາງກອກ
ປະເທດໄທ ໃນວັນທີ
4 ພະຈິກ 2019 (ພາບ: TTXVN)
      ວັນທີ 20 ມີນາ, ສື່ມວນຊົນໄທໃຫ້ຮູ້ວ່າ ບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນຍັງຄົງໃຫ້ຄຳໝັ້ນສັນຍາວ່າຈະລົງນາມໃນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນທ້າຍປີນີ້ຕາມແຜນການ, ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງເຊື້ອໄວຣັດ SARS – CoV- 2 ເຊິ່ງເຮັດໃຫ້ ກອງປະຊຸມໂດຍກົງຂອງ ອາຊຽນ, ອົງການການຄ້າໂລກ (WTO), ອົງການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ RCEP ເຊິ່ງຄາດຄະເນວ່າ ຈະໄດ້ຈັດຕັ້ງໃນຕົ້ນປີນີ້ຕ້ອງໂຈະຊົ່ວຄາວເກືອບທັງໝົດ.
            ຕາມທ່ານນາງ Auramon Supthaweethum ຫົວໜ້າກົມເຈລະຈາດ້ານການຄ້າຂຶ້ນກັບກະຊວງການຄ້າ ໄທ ແລ້ວ, ອົງການນີ້ໄດ້ດັດປັບແຜນການເຈລະຈາດ້ານການຄ້າໃນໄລຍະເກີດໂລກລະບາດຜ່ານບັນດາກອງປະຊຸມທາງອອນລາຍເພື່ອເຈລະຈາກັບບັນດາຄູ່ຮ່ວມມື. ກອງປະຊຸມຄະນະກຳມະການເຈລະຈາດ້ານການຄ້າ RCEPຄັ້ງທີ 29 ຄາດວ່າຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 23 – 27 ມີນາຢູ່ ຈາກາຕາ, ປະເທດອິນໂດເນເຊຍ ກໍ່ຈະໄດ້ຈັດຕັ້ງຕາມຮູບການ ທາງອອນລາຍ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top