• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ແມ່ຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ

ຕອນບ່າຍວັນທີ 18 ທັນວາ, ຄະນະກຳມາທິການແມ່ຂອງ (MRC) ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ຄະນະເລຂາ MRC ແລະ ສູນຮ່ວມມືຊັບພະຍາກອນນ້ຳ ແມ່ຂອງ - ແມ່ນ້ຳລ້ານຊ້າງ ໄດ້ເຊັນຂໍ້ຕົກລົງການຮ່ວມມື ແນໃສ່ເພີ່ມທະວີລັກສະນະທີ່ມີປະສິດທິຜົນໃຫ້ແກ່ບາງຂົງເຂດຮ່ວມມືຕົ້ນຕໍ ລະຫວ່າງ 2 ຝ່າຍທີ່ກ່ຽວຂ້ອງເຖິງພາກພື້ນແມ່ນ້ຳຂອງ.
ຕາມຂໍ້ຕົກລົງໃນ 5 ປີຈະມາເຖິງ, 2 ຝ່າຍຈະສົມທົບກັນເຮັດວຽກ ໂດຍຜ່ານບັນດາການເຄື່ອນໄຫວພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນ້ຳ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງ ເພື່ອພ້ອມກັນຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມແບບຍືນຍົງຂອງບັນດາປະເທດພາກພື້ນແມ່ນ້ຳຂອງ.

ບັນດາປະເທດ ແມ່ຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ (ພາບ: ຫວຽດນາມ+)

ພາຍຫລັງພິທີລົງນາມ, 2 ຝ່າຍໄດ້ເຫັນດີເປັນເອກະພາບດຳເນີນການຄົ້ນຄວ້າຮ່ວມກັນກ່ຽວກັບສະພາບການໄພແຫ້ງແລ້ງ ແລະ ປະລິມານນ້ຳຕ່ຳປີ 2019 ຢູ່ຍ່ານລຸ່ມ ແລະ ຍ່ານເໜືອແມ່ນ້ຳຂອງ. ຕາມນັ້ນແລ້ວ, ຈະເລີ່ມຕົ້ນປະຕິບັດແຜນການແມ່ນແຕ່ເດືອນ ມັງກອນ ແລະ ຄາດວ່າ ຈະສຳເລັດໃນເດືອນ ກັນຍາ 2020. ຈຸດປະສົງຂອງການຄົ້ນຄວ້າ ແມ່ນກຳນົດສາເຫດ ແລະ ຜົນກະທົບຂອງໄພແຫ້ງແລ້ງ ແລະ ປະລິມານກະແສນ້ຳໄຫຼຕ່ຳໃນປີ 2019.
(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top