• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດເພີ່ມທະວີຄວາມສາມັກຄີ, ສົມທົບກັນເພື່ອຮັກສາຫນ່ວຍໂລກຂຽວ

      ຕອນເຊົ້າວັນທີ11ພຶດສະພາ,ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນອາຊີ ປີຟີກ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໂດຍ ສະຫະພັນລັດຖະສະພາສາກົນ (IPU) ແລະ ສະພາແຫ່ງຊາດຫວຽດນາມ ສົມທົບກັນຈັດຕັ້ງໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ.

ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ
      ເຂົ້າຮ່ວມກອງປະຊຸມມີທ່ານ Saber Chowdhury, ປະທານສະຫະພັນລັດຖະສະພາສາກົນ (IPU); ທ່ານ Martin Chungong, ເລຂາທິການໃຫຍ່ IPU; ທ່ານ Isra Sunthornvut, ເລຂາທິການໃຫຍ່ສະພາສະຫະພັນລັດຖະສະພາ ອາຊຽນ (AIPA) ແລະ ຜູ້ແທນກ່ວາ 200 ຄົນທີ່ມາຈາກສະພາແຫ່ງຊາດຂອງ 24 ປະເທດໃນພາກພື້ນ ອາຊີ - ປາຊີຟິກ, ພ້ອມກັບບັນດາຜູ້ຕາງໜ້າຂອງອົງການສາກົນຕ່າງໆ… ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນຫນັກວ່າ: ຫນ່ວຍໂລກແມ່ນຊາຍຄາລວມ, ສະນັ້ນ ບັນດາປະເທດຕ້ອງເພີ່ມທະວີຄວາມສາມັກຄີ ແລະ ພ້ອມກັນມີການເຄື່ອນໄຫວດ້ວຍຄວາມຮັບຜິດຊອບເພື່ອຮັກສາຫນ່ວຍໂລກຂຽວໃຫ້ລຸ້ນຄົນອະນາຄົດ. ນັ້ນແມ່ນເປົ້າໝາຍພັດທະນາແບບຍືນຍົງ ຊື່ງບັນດາປະເທດເປັນເອກະພາບທີ່ວາລະປະຊຸມ ຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດເມື່ອເດືອນກັນຍາປີ 2015.
        “ສະພາແຫ່ງຊາດຫວຽດນາມ ໄດ້ເປັນເອກະພາບສູງກັບ IPU ກ່ຽວກັບເນື້ອໃນຂອງກອງປະຊຸມຫົວເລື່ອງສະເພາະຄັ້ງນີ້ ນັ້ນແມ່ນ: ປຶກສາຫາລືບັນດາເປົ້າໝາຍພັດທະນາແບບຍືນຍົງ, ສຸມໃສ່ເປົ້າໝາຍກ່ຽວກັບຄວາມສະເຫມີພາບລະຫວ່າງຍິງຊາຍ ແລະ ສຸຂະພາບໃນສະພາວະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປຶກສາຫາລືກ່ຽວກັບສິ່ງທ້າທາຍ, ກາລະໂອກາດ ແລະ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຄຳໝັ້ນສັນຍາສາກົນ ແລະ ບົດບາດຂອງບັນດາອົງການນິຕິບັນຍັດ ແລະ ລະດົມແຫລ່ງກຳລັງເພື່ອປະຕິບັດເປົ້າໝາຍພັດທະນາເວົ້າລວມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເວົ້າສະເພາະ.”
      ຕາມທ່ານ Saber Chowdhury, ປະທານສະຫະພັນລັດຖະສະພາສາກົນແລ້ວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ມີຈຸດສຸມນັ້ນແມ່ນ ແກ້ໄຂໄພທຳມະຊາດ. ສະນັ້ນ ຄວນຍົກອອກບັນດາຍຸດທະສາດຂະຫຍັນຂັນເຄື່ອນກວ່າໃຫ້ແກ່ແມ່ຍິງ, ເດັກນ້ອຍ, ໃຫ້ທັງມະນຸດໃນການສະກັດກັ້ນ, ແກ້ໄຂຜົນຮ້າຍຈາກໄພທຳມະຊາດ.
      ພາຍຫລັງພິທີໄຂ, ບັນດາຜູ້ແທນໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະທີຫນຶ່ງ, ສຸມໃສ່ປຶກສາຫາລືເນື້ອໃນ “ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ບົດບາດຂອງບັນດາລັດຖະສະພາເພື່ອບັນລຸບັນດາເປົ້າໝາຍນີ້. 
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top