• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາງານບຸນທີ່ເປັນມູນເຊື້ອໃນຕົ້ນລະດູບານໃໝ່ ປີວອກ2016

ພິທີຊົນຄວາຍ ຢູ່ຟູ່ນີງ, ແຂວງ ຟູ່ເທາະ
           ວັນ​ທີ 16/2, ທ້ອງ​ຖິ່ນ​ຕ່າງໆ​ຄື: ​ແຂວງ ຟູ໋​ເທາະ, ​ນະຄອນ ຕວຽນ​ກວາງ, ​ແຂວງ ຕວຽນ​ກວາງ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຕົ້ນ​ລະດູບານ​ໃໝ່​ປີວ​ອກ 2016. ງານ​ບຸນ​ຊົນຄວາຍ ຟູ່ນີງ, ​ແຂວງ ຟູ໋​ເທາະ ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮູ່ງ - ງານ​ບຸນ​ວິຫານ​ຮູ່ງ ປີ 2016.
        ງານ​ບຸນຊ່ວງ​ເຮືອ​ທີ່​​ເປັນ​ມູນ​ເຊື້ອ​ໃນ​ແມ່​ນຳ້ ​ໂລ, ​ແຂວງ ຕວຽນ​ກວາງ ກໍ​ດຶງ​ດູດ​ແຂ​ກທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼວງ​ຫຼາຍ. ງານ​ບຸນຊ່ວງ​ເຮືອ​ໃນ​ແມ່​ນຳ​້​ໂລ ​ຖືກຈັດ​ຕັ້ງ​ໃນ​ໂອກາດ​ຕົ້ນ​ລະ​ດູ​ບານ​ໃໝ່ ​ແລະ ​ໄດ້​ກາຍ​ເປັນ​ງານ​ບຸນ​ທີ່​ເປັນ​ເອກະລັກສະ​ເພາະ, ສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ພິລະ​ອາດ​ຫານຄຸນ​ນະ​ທາດ ​ແລະ ກຳລັງ​ແຮງ​​ແຫ່ງ​ຄວາມສາມັກ​ຄີ​ຂອງ​ປະຊາຊົນ​ນະຄອນ ຕວຽນ​ກວາງ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top