• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວລະນຶກ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

      ວັນທີ 22 ກັນຍາ, ຄະນະຊາວໜຸ່ມນະຄອນຫລວງ ວຽງຈັນ ໄດ້ຈັດຕັ້ງການພົບປະແລກປ່ຽນ ແລະ ການເສັງຊອກຮູ້ກ່ຽວກັບ ສາຍພົວພັນ ແລະ ການຮ່ວມມື ລາວ - ຫວຽດນາມໃຫ້ນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມຕອນປາຍຢູ່ນະຄອນຫລວງ ວຽງຈັນ.

ນັກຮຽນ ລາວ ເຂົ້າຮ່ວມຕອບບັນດາຄຳຖາມກ່ຽວກັບການພົວພັນ ລາວ - ຫວຽດນາມ
      ທີ່ການເສັງ, ມີນັກຮຽນ 32 ກຸ່ມ ທີ່ຕາງໜ້າໃຫ້ 32 ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນປາຍຂອງນະຄອນຫລວງ ວຽງຈັນ ເຂົ້າຮ່ວມຕອບບັນດາຄຳຖາມກ່ຽວກັບການພົວພັນ ລາວ - ຫວຽດນາມ. ນອກຈາກ ຈັດຕັ້ງການເສັງຊອກຮູ້ກ່ຽວກັບການພົວພັນ ລາວ - ຫວຽດນາມ ແລ້ວ, ເພື່ອຊ່ວຍໃຫ້ຊາວໜຸ່ມ, ເຍົາວະຊົນນະຄອນຫລວງ ວຽງຈັນ ເຂົ້າໃຈແຈ້ງກ່ວາກ່ຽວກັບການພົວພັນໜຶ່ງບໍ່ມີສອງໃນໂລກລະຫວ່າງ 2 ປະເທດ, ຄະນະຊາວໜຸ່ມນະຄອນຫລວງ ວຽງຈັນ ຍັງໄດ້ຈັດຕັ້ງບັນດາເວທີປາໄສ, ການໂອ້ລົມກ່ຽວກັບມູນເຊື້ອສາຍພົວພັນ ລາວ - ຫວຽດນາມ ໃຫ້ຊາວໜຸ່ມ, ເຍົາວະຊົນຢູ່ໂຮງຮຽນຕ່າງໆອີກ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top