• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນ້ຳໃຈອົບອຸ່ນຂອງປະຊາຊົນໃນໄລຍະເກີດໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ

      ມີຊາວນະຄອນ ໂຮ່ຈີມິນ ນັບແສນຄົນພວມປະສົບກັບຄວາມຫຍຸ້ງຍາກດ້ານວຽກເຮັດງານທຳ, ລາຍຮັບ, ຕະຫຼອດຮອດຄາບເຂົ້າໃນແຕ່ລະມື້. ພ້ອມກັບການໜູນຊ່ວຍຂອງອຳນາດການປົກປ້ອງ, ການແບ່ງປັນຂອງບັນດາທ້ອງຖິ່ນອື່ນໆ
ຮ້ານຂ້າຍສິນຄ້າບໍ່ເກັບເງິນ
(ພາບ: baotintuc.vn)
      ໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນຢູ່ນະຄອນ ໂຮ່ຈີມິນ. ມີຊາວນະຄອນ ໂຮ່ຈີມິນ ນັບແສນຄົນພວມປະສົບກັບຄວາມຫຍຸ້ງຍາກດ້ານວຽກເຮັດງານທຳ, ລາຍຮັບ, ຕະຫຼອດຮອດຄາບເຂົ້າໃນແຕ່ລະມື້. ພ້ອມກັບການໜູນຊ່ວຍຂອງອຳນາດການປົກປ້ອງ, ການແບ່ງປັນຂອງບັນດາທ້ອງຖິ່ນອື່ນໆ, ກໍຄືບັນດາຊາວນະຄອນ ໂຮ່ຈີມິນ ເອງ ພວມຊ່ວຍເຫຼືອເຊິ່ງກັນແລະກັນຢ່າງແທດຈິງ, ມີປະສິດທິຜົນ ແລະ ເຕັມໄປດ້ວຍຄວາມຮັກແພງ.
        “ປະຊາຊົນຊື້ເຄື່ອງຂອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ. ມີແຫຼ່ງສະບຽງອາຫານນີ້ ກໍ່ຍ້ອນບັນດາຜູ້ໃຈບຸນໃຈກຸ້ສົນໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອກຳມະກອນພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະຕໍ່ໜ້ານີ້.”
        ອ້າຍ ດັ້ງແຄງຢຸຍ, ຜູ້ອຳນວຍການໃຫຍ່ບໍລິສັດ ເຕີນຍຽນ ຈຳກັດ, ເຊິ່ງແມ່ນບໍລິສັດປຸງແຕ່ງທັນຍາຫານແບ່ງປັນວ່າ:
        “ທາງບໍລິສັດເອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍ່ຍັງສ້າງຕັ້ງຮ້ານຂ້າຍສິນຄ້າບໍ່ເກັບເງິນຕໍ່ໜ້າຫ້ອງການໃຫ້ແກ່ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກມາຮັບ. ພວກຂ້າພະເຈົ້າກໍ່ໄດ້ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ແກ່ບັນດາຜູ້ປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດ ແລະ ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກອື່ນໆນຳອີກ”.
 (ແຫຼ່ງຄັດຈາກ VOV)
 
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top