06/04/2019 09:18 GMT+7 Email Print Like 0

ນ້ຳສ້າງ - “ສິ່ງຂອງທີ່ລ້ຳຄ່າ” ຢູ່ແຕ່ລະໝູ່ບ້ານ

      ບັນດານ້ຳສ້າງໃນໝູ່ບ້ານກໍ່ໄດ້ເປັນສັນຍາລັກໃຫ້ແກ່ຕົ້ນກຳເນີດຂອງຊີວິດ, ແມ່ນຂົວເຊື່ອມຕໍ່ລະຫວ່າງດິນ, ຟ້າ ແລະ ມະນຸດ

ນ້ຳສ້າງໄດ້ປະກອບສ່ວນສ້າງເປັນຮູບພາບທີ່ເປັນເອກະລັກສະເພາະກ່ຽວກັບໝູ່ບ້ານເຂດທົ່ງພຽງ,
ເຂດພູດອຍພາກເໜືອໃນເມື່ອກ່ອນ
(ພາບ: news.zing.vn)
      ພ້ອມກັບຕົ້ນໄຮ, ສາລາ, ນ້ຳສ້າງໄດ້ປະກອບສ່ວນສ້າງເປັນຮູບພາບທີ່ເປັນເອກະລັກສະເພາະກ່ຽວກັບໝູ່ບ້ານເຂດທົ່ງພຽງ, ເຂດພູດອຍພາກເໜືອໃນເມື່ອກ່ອນ. ຄຽງຄູ່ກັບບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະແລ້ວ, ບັນດານ້ຳສ້າງໃນໝູ່ບ້ານກໍ່ໄດ້ເປັນສັນຍາລັກໃຫ້ແກ່ຕົ້ນກຳເນີດຂອງຊີວິດ, ແມ່ນຂົວເຊື່ອມຕໍ່ລະຫວ່າງດິນ, ຟ້າ ແລະ ມະນຸດ ເຊິ່ງປະຊາຊົນຢູ່ທ້ອງຖິ່ນແຫ່ງຕ່າງໆພວມອະນຸລັກຮັກສາ ແລະ ນຳໃຊ້ແຫຼ່ງນ້ຳນີ້ເຂົ້າໃນການດຳລົງຊີວິດປະຈຳວັນ.
        ຕາມຄວາມສຳນຶກຂອງຊາວບ້ານ, ນ້ຳສ້າງແມ່ນສັນຍາລັກໃຫ້ແກ່ຄວາມອຸດົມສົມບູນ, ແມ່ນແຫຼ່ງພະລັງຊີວິດຂອງຊາວບ້ານ. ຢູ່ບັນດາເຂດບ້ານນາຢູ່ເຂດທົ່ງພຽງທາງພາກເໜືອ ປະຈຸບັນຍັງມີຮ່ອງຮອຍຂອງບັນດານ້ຳສ້າງບູຮານ ເຊິ່ງປະຊາຊົນພວມນຳໃຊ້ເພື່ອຮັບໃຊ້ໃຫ້ແກ່ການດຳລົງຊີວິດປະຈຳວັນ, ໃນນັ້ນ ນ້ຳສ້າງຫຼາຍບໍ່ໄດ້ຮັບການກໍ່ສ້າງມາກ່ອນນີ້ນັບຮ້ອຍປີ. ນອກນັ້ນ, ປະຊາຊົນຍັງສ້າງໄດ້ບັນດາເລື່ອງລາວ, ນິທານເທບນິຍາຍທີ່ມີລັກສະນະມະວັດທະນະທຳນຸດໃຫ້ແກ່ນ້ຳສ້າງ ສະແດງໃຫ້ເຫັນວັດທະນະທຳດ້ານຈິດວິນຍານຂອງທັງປະຊາຄົມ.
        ໂດຍແມ່ນບ່ອນສະໜອງນ້ຳໃຫ້ແກ່ການດຳເນີນຊີວິດປະຈຳວັນ, ສະນັ້ນນ້ຳສ້າງ ໄດ້ຮັບຖືວ່າ ແມ່ນ “ສິ່ງຂອງທີ່ລ້ຳຄ່າ” ຂອງປະຊາຊົນ. ນ້ຳສ້າງບ້ານ ແມ່ນບ່ອນທີ່ມີແຫຼ່ງນ້ຳຢ່າງຫຼວງຫຼາຍ, ບໍ່ບົກແຫ້ງຈັກເທື່ອເພື່ອຮັບປະກັນທັງເປັນແຫ່ຼງສະໜອງນ້ຳ, ສ້າງຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນໃນການນຳໃຊ້, ທັງສະແດງໃຫ້ເຫັນຄວາມປາດຖະໜາແມ່ນບ່ອນເລີ່ມຕົ້ນຂອງການດຳລົງຊີວິດ ຍາມໃດກໍ່ຂະຫຍາຍຕົວ, ເກີດແມ່ແຜ່ລູກ, ກິນບໍ່ບົກຈົກບໍ່ແຫ້ງ, ພັດທະນາຢ່າງບໍ່ຢຸດຢັ້ງ. ກໍ່ຍ້ອນຄວາມລ້ຳຄ່ານັ້ນ, ນ້ຳສ້າງໃນເມືອກ່ອນຈຶ່ງໄດ້ຮັບການກໍ່ສ້າງຢ່າງຖາວອນ. ນ້ຳສ້າງສ່ວນຫຼາຍໄດ້ຮັບການກໍ່ສ້າງດ້ວຍຫີນແຮ່, ຫີນໜາມນໍ່ໄດ້ປະກອບສ່ວນກັ່ນນ້ຳທີ່ໄຫຼອອກມາຈາກບໍ່, ຊ່ວຍໃຫ້ນ້ຳໄສ ແລະ ຈືດກວ່າ. ເມື່ອສຳຫຼວດໂຄງປະກອບຂອງນ້ຳສ້າງ ດ້າຍຟຸ່ງ, ຢູ່ເມືອງ ດານເຟື້ອງ, ເຊິ່ງແມ່ນນ້ຳສ້າງໄດ້ຮັບການກໍ່ສ້າງມາກ່ອນນີ້ກວ່າ 600 ປີ, ທ່ານ ຫງວຽນຕ໊ຽນດົງ, ປະລິຍາເອກຄົ້ນຄວ້າບູຮານຄະດີ, ຖືວ່າ.
        “ນ້ຳສ້າງນີ້ໄດ້ຮັບການກໍ່ສ້າງດ້ວຍຫີນໃຫຍ່ກ້ອນໜຶ່ງ. ໃນເມື່ອກ່ອນ, ບັນດາຜູ້ເຖົ້າຜູ້ແກ່ໄດ້ຄວັດຫີນກ້ອນໜຶ່ງໃຫ້ກາຍເປັນນ້ຳສ້າງ, ນີ້ແມ່ນສິ່ງພິເສດ. ຢູ່ພື້ນໄດ້ຈັດລຽງຫີນໜາມນໍ່ເປັນ 4 ຊັ້ນ, ຢູ່ກ້ອງຫີນໜາມນໍ່ແມ່ນຫີນແຮ່ທຳມະດາ. ນີ້ແມ່ນນ້ຳສ້າງທີ່ມີຄວາມສວຍງາມ ແລະ ມີຄຸນນະພາບດີທີ່ສຸດ”.
        ໂຄງສ້າງດັ່ງກ່າວກໍ່ປະກອບສ່ວນສ້າງຄຸນນະພາບຂອງນ້ຳໃຫ້ມີຄວາມໄສ, ຈືດເຢັນຂອງແຫຼ່ງນ້ຳສ້າງ. ຍ້ອນເຫດນັ້ນ, ສຳລັບຊາວບ້ານຫຼາຍຄົນແລ້ວ ແຫຼ່ງນ້ຳສ້າງແມ່ນປັດໃຈສ້າງຕົ້ນກຳເກີດຂອງຊີວິດ. ແມ່ເຖົ້າ ຫງວຽນທິຕ໊ວດ, ຢູ່ຕາແສງ ດັ໊ກເຊີ, ເມືອງ ຮ່ວາຍດຶກ, ໄດ້ແບ່ງປັນກ່ຽວກັບແຫຼ່ງນ້ຳສ້າງຢູ່ບ້ານຢ໊າ ວ່າ.
        “ໃນເມື່ອກ່ອນ, ຍັງບໍ່ທັນມີນ້ຳປະປາ, ນ້ຳບາດານ, ທັງບ້ານລ້ວນແຕ່ໃຊ້ນ້ຳສ້າງ, ຢູ່ບ້ານອື່ນກໍ່ມາເອົານ້ຳສ້າງນີ້ໄປໃຊ້. ນ້ຳສ້າງນີ້ເອົາໄປເຮັດຖົ່ວງອກແຊບທີ່ສຸດ, ຕົ້ນມັນຈະອວບ, ຂາວ. ແຕ່ລະມື້, ຂ້າພະເຈົ້າໄດ້ຕື່ນນອນແຕ່ 4 ໂມງເພື່ອໄປຫາບນ້ຳ, ນ້ຳສ້າງນີ້ແມ່ນດີທີ່ສຸດ”.
        ປະຈຸບັນ, ນະໂຍບາຍໃນການກໍ່ສ້າງຊົນນະບົດໃໝ່ໄດ້ເຮັດໃຫ້ໂສມໜ້າຊົນນະບົດຫວຽດນາມ ມີການປ່ຽນແປງ, ຕາມນັ້ນແລ້ວ, ບັນດາແຫຼ່ງນ້ຳສະອາດໄດ້ເຂົ້າໄປເຖິງເຮືອນແຕ່ລະຫຼັງແລ້ວ, ສະນັ້ນຢູ່ຫຼາຍບ່ອນປະຊາຊົນບໍ່ໄດ້ໃຊ້ນ້ຳສ້າງຕື່ມອີກແລ້ວ. ແຕ່ວ່າ ບໍ່ແມ່ນຍ້ອນເຫດນັ້ນ ນ້ຳສ້າງຖືກປະໃຫ້ຫຼົງລືມຢູ່ແລ້ວ. ຫາກມີນ້ຳສ້າງຫຼາຍບໍ່ຍັງໄດ້ຮັບການສ້ອມແປງ ແລະ ເກັບຮັກສາໄວ້ຄືດັ່ງສິ່ງຂອງມີຄ່າ ແລະ ແມ່ນສ່ວນໜຶ່ງໃນຄວາມຊົງຈຳຂອງປູ່ຍ່າຕາຍາຍທີ່ປະໄວ້ໃຫ້.
        ບັນດານ້ຳສ້າງໄດ້ຮັບຖືວ່າແມ່ນຈິດວິນຍານຂອງໝູ່ບ້ານຄືນ້ຳສ້າງ ດ້າຍຟຸ່ງ, ດານເຟື້ອງ, ຢູ່ຮ່າໂນ້ຍ, ເຊິ່ງປະຊາຊົນຍັງເຮັດອະນາໄມທຳຄວາມສາມາດ, ສ້ອມແປງໃນແຕ່ລະປີ. ຊາວບ້ານຖືວ່າ ນ້ຳສ້າງທີ່ເກົ່າແກ່ໄດ້ກາຍເປັນແຫຼ່ງນ້ຳທີ່ສັກກະລະບູຊາເຊິ່ງດິນຟ້າອາກາດດົນບັນດານໃຫ້. ລຸ່ງ ບຸຍວິງຖຸຍ, ຢູ່ບ້ານ ດ້າຍຟຸ່ງ, ໃຫ້ຮູ້ວ່າ.
        “ໃນແຕ່ລະເດືອນ, ເມື່ອຮອດວັນເພງ, ວັນທີ 1 (ໄລ່ຕາມຈັນທະປະຕິທິນ) ພວກຂ້າພະເຈົ້າໄປຕັກເອົານ້ຳສ້າງມາບູຊາເທວະດາ. ຈຸດພິເສດຂອງນ້ຳສ້າງນີ້ແມ່ນ ລະດູໜາວນ້ຳຈະອຸ່ນ, ລະດູຮ້ອນແມ່ນນ້້ຳຈະເຢັນ. ຕາມການເລົ່າຂານກັນມາຂອງບັນດາປູ່ຍ່າຕາຍາຍແລ້ວ, ນ້ຳສ້າງຢູ່ທີ່ນີ້ແມ່ນຊາວເຜົ່າ ຈຳ ເປັນຜູ້ກໍ່ສ້າງ”.
        ບໍ່ພຽງແຕ່ມີຄວາມໝາຍຕໍ່ຕາມຮັກສາແຫຼ່ງນ້ຳ, ຮັກສາຊີວິດການເປັນຢູ່ຂອງປະຊາຊົນໃນບ້ານເທົ່ານັ້ນ, ຫາກນ້ຳສ້າງຍັງປຽບເໝືອນ “ຊີວິດຈິດໃຈ”, ແມ່ນບ່ອນເຫັນປະຈັກຕາຄວາມເບີກບານມ່ວນຊື່ນ, ໂສກເສົ້າຫງວ່ມເຫງົາ, ແມ່ນບ່ອນຮັບຟັງຄວາມໃນໃຈຂອງແຕ່ລະຄົນ, ແມ່ນບ່ອນດຳເນີນຊີວິດຂອງປະຊາຄົມທ້ອງຖິ່ນອີກດ້ວຍ. ສຳລັບບັນດາຜູ້ທີ່ໄປດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນເປັນເວລາຫຼາຍປີ, ພາຍຫຼັງກັບມາຢ້ຽມຢ້ຽມບ້ານ ນ້ຳສ້າງຈະແມ່ນບ່ອນພັກຜ່ອນ, ເບິ່ງເງົາຕົນເອງ ຫຼື ກິນນ້ຳສ້າງໃສເຢັນນັ້ນ ໄດ້ນຳມາເຊິ່ງຄວາມສະຫງົບງຽບ, ຜ່ອນຄາຍຄວາມອິດເມື່ອຍໃນການດຳລົງຊີວິດປະຈຳວັນ.
        ຜ່ານບັນດາການຫັນປ່ຽນທາງປະຫວັດສາດ, ການດຳລົງຊີວິດຢູ່ເຂດບ້ານນາມີການປ່ຽນແປງຫຼາຍຢ່າງ, ຊີວິດການເປັນຢູ່ໄດ້ຮັບການປົວແປງ, ພໍ່ແມ່ປະຊາຊົນບໍ່ໄດ້ໃຊ້ນ້ຳສ້າງອີກແລ້ວ. ແຕ່ວ່າ, ຢູ່ແຕ່ລະໝູ່ບ້ານນັ້ນຍັງມີນ້ຳສ້າງເກົ່າແກ່ດ້ວຍນ້ຳທີ່ໄສເຢັນ, ບໍ່ບົກແຫ້ງຈັກເທື່ອ ແລະ ພໍ່ແມ່ປະຊາຊົນຖືນັ້ນແມ່ນແຫຼ່ງກຳເນີດທີ່ສັກກະລະບູຊາຄວນໄດ້ຮັບການອະນຸລັກສັກສາໄວ້ໃຫ້ລຸ້ນຕໍ່ໆໄປ.
 (ແຫຼ່ງຄັດຈາກ VOV)