• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ເຄັ​ນຢາ ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ

ວັນທີ 3 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາກັບທ່ານນາງ Monica Juma ລັດຖະມົນຕີການຕ່າງປະເທດ ເຄັນຢາ. 

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາກັບທ່ານນາງ Monica Juma ລັດຖະມົນຕີການຕ່າງປະເທດ ເຄັນຢາ (ພາບ: VGP)

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາມາດຕະການຢ່າງລະອຽດເພື່ອແນໃສ່ນຳການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ຂຸດຄົ້ນທ່າໄດ້ປຽບຂອງທັງສອງປະເທດໃຫ້ດີທີ່ສຸດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ. ທ່ານ ຟ້າມບິ່ງມິງ ປາດຖະໜາວ່າ ເຄັນຢາຈະສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າປະເພດຕ່າງໆທີ່ຫວຽດນາມມີທ່າແຮງ ແລະ ເຄັນຢາມີຄວາມຕ້ອງການ, ສະເໜີໃຫ້ສອງຝ່າຍຕັ້ງໜ້າໜູນຊ່ວຍບັນດາວິສາຫະກິດຈັດຕັ້ງບັນດາການເຄື່ອນໄຫວສຳຫຼວດການຕະຫຼາດ, ສົ່ງເສີມບັນດາກາລະໂອກາດການລົງທຶນ.

        ສອງຝ່າຍໄດ້ເຫັນດີເຈລະຈາລົງນາມບັນດາເອກະສານສ້າງຂອບນິຕິກຳໃຫ້ແກ່ການຮ່ວມມືໂດຍໄວ, ມຸ່ງໄປສູ່ການສ້າງກົນໄກປະກອບຄຳຄິດເຫັນດ້ານການເມືອງລະຫ່ວາງ ສອງ ກະຊວງການຕ່າງປະເທດເພື່ອແນໃສ່ເພີ່ມທະວີການສົມທົບກັນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

        ທ່ານ ຟ້າມບິ່ງມິງ ກໍ່ປາດຖະໜາວ່າ ສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ສົມທົບກັບ ເຄັນຢາ ຢ່າງແໜ້ນແຟ້ນໃນໄລຍະ ຫວຽດນາມຮັບບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ  ກໍ່ຄື ເມື່ອ ຫວຽດນາມດຳເນີນການສ້າງການພົວພັນກັບ ສະຫະພາບ ອາຟຼິກາ (AU) ຢ່າງເປັນທາງການ.

        ກ່ຽວກັບບັນດາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີການເດີນເຮືອ ແລະ ຖືເປັນສຳຄັນ ການປະຕິບັດຕາມກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top